spot_img
Homeຂ່າວຕ່າງປະເທດສິນຄ້າໄທບຸກຕະຫຼາດລາວຍັງມີໂອກາດສ້າງລາຍຮັບສູງ

ສິນຄ້າໄທບຸກຕະຫຼາດລາວຍັງມີໂອກາດສ້າງລາຍຮັບສູງ

Published on

ເຟສບຸກເພສ K AEC PLUS ໄດ້ຂຽນຂໍ້ຄວາມກ່ຽວກັບການນຳສິນຄ້າໄທບຸກຕະຫຼາດລາວເພື່ອຂະຫຍາຍທຸລະກິດຂອງໄທໃນລາວຍັງມີໂອກາດສູງ ເນື່ອງຈາກສະຖິຕິໃນຊ່ວງໄລຍະເວລາ 10 ທີ່ຜ່ານມາ ເສດຖະກິດໃນ ສປປ ລາວ ເຕີບໂຕຂຶ້ນຢ່າງຕໍ່ເນື່ອງສະເລ່ຍສູງເຖິງ 7.7% ເຮັດໃຫ້ກາຍເປັນປະເທດໜຶ່ງໃນເຂດອາຊຽນທີ່ນັກລົງທຶນໃຫ້ຄວາມສົນໃຈ.
.
ເນື່ອງຈາກຂໍ້ຈຳກັດດ້ານການຜະລິດພາຍໃນປະເທດລາວ ເຮັດໃຫ້ສິນຄ້າເກືອບທັງໝົດທີ່ວາງຂາຍນັ້ນຕ້ອງນຳເຂົ້າມາຈາກປະເທດໄທ ແລະ ຈີນ ເຊິ່ງຖ້າຫາກປຽບທຽບກັນລະຫວ່າງໂອກາດຂອງໄທ ແລະ ຈີນ ແລ້ວນັ້ນ ຖືວ່າໄທຍັງມີໂອກາດໄດ້ປຽບຢູ່ຫຼາຍດ້ານບໍ່ວ່າຈະເປັນດ້ານການສື່ສານທາງພາສາ, ເມືອງໃຫຍ່ໆຂອງປະເທດລາວຕິດກັບຊາຍແດນໄທ ອີກທັງຄົນລາວກໍ່ເຊື່ອໝັ້ນໃນຄຸນນະພາບສິນຄ້າຂອງໄທ.

ສິນຄ້າໄທທີ່ໄດ້ຮັບຄວາມສົນໃຈໃນປະເທດລາວມີຫຼາກຫຼາຍ ໂດຍສະເພາະສິນຄ້າປະເພດອຸປະໂພກ-ບໍລິໂພກ ສິນຄ້າທີ່ໃຊ້ໃນຊີວິປະຈຳວັນເປັນສິນຄ້າທີ່ມີໂອກາດເຕີບໂຕສູງ ເຊັ່ນ: ອາຫານ, ຂະໜົມ,​ເຄື່ອງດື່ມ,ເສື້ອຜ້າ,​ເຄື່ອງປະດັບ,​ເຄື່ອງສຳອາງ,​ອາຫານສຸຂະພາບ,​ອາຫານປອດສານພິດ, ຂອງຕົບແຕ່ງບ້ານ, ອຸປະກອນແຕ່ງລົດ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອີເລັກໂທຣນິກ ແລະ ເຄື່ອງໃຊ້ໃນຄົວເຮືອນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...