spot_img
Homeຂ່າວທ້ອງຖິ່ນການບິນລາວໄດ້ຮັບລາງວັນສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ 2020 ຈາກ Tripadvisor

ການບິນລາວໄດ້ຮັບລາງວັນສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ 2020 ຈາກ Tripadvisor

Published on

ເວັບໄຊຂ່າວ ລາວທຽນທາມ ລາຍງານໃຫ້ຮູ້ວ່າ ຄັ້ງທໍາອິດ, ການບິນລາວ Lao Airlines ໄດ້ຮັບລາງວັນ “Travelers Choice Airlines” Best Regional Airlines of Asia – ສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ.” ປີ 2020” ຈາກ Tripadvisor

(TripAdvisor) ເວັບໄຊທ໌ທ່ອງທ່ຽວຊັ້ນນຳຂອງໂລກ, ເຊິ່ງມີການຈັດອັນດັບຄວາມເພິ່ງພໍໃຈໃນການ ນຳໃຊ້ສາຍການບິນທົ່ວໂລກ ລາງວັນນີ້ແມ່ນໄດ້ມາຈາກການເກັບກຳຂໍ້ມູນການ ສຳຫຼວດຄວາມເພິ່ງພໍໃຈຂອງຜູ້ໂດຍສານຕະຫຼອດປີ, ກ່ອນການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃນທົ່ວໂລກ.

ການບິນລາວ (Lao Airlines) ໄດ້ຖືກປະກາດຈັດອັນດັບກັບສາຍການບິນ THAI Smile Airways, Air Astana, AIR KBZ, Azerbaijan Airlines, Bangkok Airways, Druk Air, Royal Brunei Airlines, Skymark Airlines, Starflyer, ແລະ Vistara.

ການບິນລາວ ເຖິງແມ່ນວ່າຈະບໍລິການທ້ຽວບິນໄລຍະສັ່ນ ແຕ່ກໍ່ສຸດຍອດຫຼາຍ ທັງເຮືອບິນຄວາມສະອາດ ແລະ ບໍລິການທີ່ດີທີ່ສຸດຈາກພະນັກງານຕ້ອນຮັບເທິງເຮືອບິນ, ເປັນສາຍການບິນທີ່ບໍ່ມີຄວາມຊັກຊ້າ ບໍ່ວ່າຈະເປັນການເຊັກອິນ ຫຼື ເຊັກເອົ້າກໍ່ຕາມ.

ໂຄງການລາງວັນໃຫຍ່ຍັງໄດ້ມອບລາງວັນໃຫ້ກັບບັນດາໂຮງແຮມ, ຮ້ານອາຫານ, ແລະ ສາຍການບິນທີ່ນັກທ່ອງທ່ຽວທີ່ມັກໃນທົ່ວໂລກ, ໂດຍມີທຸລະກິດກວ່າ 4,817 ແຫ່ງໄດ້ຮັບລາງວັນໃນປີ 2020ນີ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...