Homeຂ່າວທ້ອງຖິ່ນແຂວງບໍ່ແກ້ວລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ

ແຂວງບໍ່ແກ້ວລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງແຂວງບໍ່ແກ້ວ ລົບລ້າງ 7 ໂຄງການ ທີ່ເປັນໂຄງການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍ້ອນໄດ້ຮັບການອະນຸມັດລົງທຶນໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດເຮັດໃຫ້ແກ່ຍາວເວລາ ແລະ ບໍ່ຖືກຕ້ອງ.

ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ບັນດາໂຄງການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸ ຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊີ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງທ່ວງດຶງການພັດທະນາ ແລະ ເປັນການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຊິ່ງທາງແຂວງໄດ້ດໍາເນີນການກວດກາ ແລະ ລົບລ້າງໄປແລ້ວ 7 ໂຄງ ການ. ນອກນັ້ນອໍານາດການປົກຄອງແຂວງຍັງໄດ້ກວດກາ ບັນດາໂຄງການລົງທຶນປູກກ້ວຍພາຍໃນແຂວງເຊິ່ງມີ 60 ບໍລິສັດ, ໃນນີ້ ພົບເຫັນມີພຽງ 13 ບໍລິສັດທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ແລະ ຍັງບໍ່ສາມາດແກ້ໄຂໄດ້ຍ້ອນເຈົ້າຂອງໂຄງ ການໄດ້ເດີນທາງກັບຄືນປະເທດໃນໄລຍະທີ່ມີ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ລໍຖ້າຈົນກ່ວາເຂົາ ເຈົ້າຈະກັບຄືນມາ ຈຶ່ງຈະສາມາດດໍາເນີນຂັ້ນຕອນຕ່າງໆຕໍ່ໄປໄດ້.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເນື້ອທີ່ປູກກ້ວຍຢູ່ແຂວງບໍ່ແກ້ວ ໄດ້ຫຼຸດ ລົງຈາກ 11.000 ກ່ວາເຮັກຕາໃນເມື່ອກ່ອນ ຍັງເຫຼືອພຽງ 6.000 ກ່ວາເຮັກຕາ. ສໍາລັບເນື້ອທີ່ທີ່ໄດ້ຢຸດເຊົາປູກກ້ວຍໄປແລ້ວນັ້ນ ທາງແຂວງໄດ້ຊຸກຍູ້ໃຫ້ປະຊາຊົນຫັນໄປປູກພືດຊະນິດອື່ນເປັນສິນຄ້າເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫັນວ່າເປັນຂະບວນກ້ວາງຂວາງ ແລະ ໄດ້ຮັບຜົນດີສົມຄວນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...