spot_img
Homeຂ່າວທ້ອງຖິ່ນບໍລິຄຳໄຊ ຕ້ອນຮັບຂະບວນແຫ່ຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ ຢ່າງຄຶກຄື້ນ

ບໍລິຄຳໄຊ ຕ້ອນຮັບຂະບວນແຫ່ຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ ຢ່າງຄຶກຄື້ນ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນຕອນທຽ່ງຂອງວັນທີ 27 ກໍລະກົດ 2020 ການນຳພັກ-ລັດ, ພ້ອມດ້ວຍປະຊາຊົນ ແລະຊາວໝຸ່ມ ແຂວງບໍລີຄຳໄຊ, ນຳພາໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເປັນກຽດຕ້ອນຮັບຂະບວນແຫ່ຮູບຫຼໍ່ຂອງພຣະຈົ້າໄຊຍະເຊດຖາທິຣາດ ມະຫາຣາດ, ພ້ອມດ້ວຍຊ້າງ ແລະ ພະພຸດທະຮູບ ຢູ່ເທສະບານເມືອງປາກຊັນ ເພື່ອມຸ່ງໜ້າໄປສູ່ຈຸດທີ່ພັກ ຢູ່ໂຮງແຮມ ສຸນັນທາ. ຖືວ່າເປັນແຂວງທຳອິດທີ່ຂະບວນໄດ້ມາແວ່ພັກຄ້າງຄືນເພື່ອສະເຫຼີມສະຫຼອງຄົບງັນ ແລະ ເຮັດພິທີທາງສາສະໜາ.

ສຳລັບໃນຕອນຄ່ຳໄດ້ມີພິທີສູດປະລິຕະມຸງຄຸນ, ຟັງທຳມະເທສະໜາ ເສີມບຸນປາລະມີຈາກພະສົງ 16 ອົງ, ພ້ອມທັງເປີດໂອກາດໃຫ້ມວນຊົນເຂົ້າກາບໄຫວ້ສັກກະລະບູຊາ ແລະ ໂມທະນາທານຕາມສັດທາ. ສ່ວນໃນຕອນ ເຊົ້າຂອງວັນທີ 28 ກໍລະກົດ 2020 ຈະມີພິທີໃສ່ບາດແດ່ພຣະສົງ ສາມະເນນ ເພື່ອອຸທິດບຸນກຸສົນເຖີງພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ກ່ອນຈະເຄື່ອນຍ້າຍໄປສູ່ ແຂວງຄຳມ່ວນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...