spot_img
Homeຂ່າວຕ່າງປະເທດຕອບໂຕ້ກັບ! ຈີນສັ່ງປິດສະຖານກົງສູນອາເມລິກາໃນເມືອງເສິງຕູ

ຕອບໂຕ້ກັບ! ຈີນສັ່ງປິດສະຖານກົງສູນອາເມລິກາໃນເມືອງເສິງຕູ

Published on

ສຳນັກຂ່າວເຊົາໄຊນ່າ ມໍນິງ ໂພສ ລາຍງານວ່າ ທາງລັດຖະບານຈີນກຽມພິຈາລະນາສັ່ງປິດສະຖານກົງສູນອາເມລິກາໃນເມືອງເສິງຕູ ມົນທນເສສວນ ເພື່ອຕອບໂຕ້ລັດຖະບານອາເມລິກາ ຫຼັງຈາກທີ່ເມື່ອວັນທີ 22 ກໍລະກົດ 2020 ທາງກະຊວງການຕ່າງປະເທດອາເມລິກາ ໄດ້ມີຄຳສັ່ງໃຫ້ທາງລັດຖະບານຈີນດຳເນີນການປິດກົງສູນຈີນໃນເມືອງ ຮຸສຕັນ ລັດເທັກຊັສ ພາຍໃນ 72 ຊົ່ວໂມງ ໂດຍອ້າງວ່າເພື່ອປົກປ້ອງຊັບສິນທາງປັນຍາຂອງອາເມລິກາ ຂໍ້ມູນສ່ວນຕົວຂອງຊາວອາເມລິກັນ.

ການປິດສະຖານກົງສູນອາເມລິກາໃນເມືອງເສິງຕູ ມີແນວໂນ້ມຈະສ້າງແຮງກົດດັນຕໍ່ອາເມລິກາໄດ້ພໍສົມຄວນ ເນື່ອງຈາກເປັນເມືອງສຳຄັນດ້ານຍຸດທະສາດ ເຊິ່ງຄວບຄຸມພື້ນທີ່ຫຼາຍມົນທົນທາງຝັ່ງຕາເວັນຕົກສຽງໃຕ້ຄື: ມົນທົນເສສວນ, ຢຸນນານ, ກຸ້ຍໂຈ ລວມເຖິງເທດສະບານນະຄອນສົງຊິງ ແລະ ເຂດປົກຄອງຕົນເອງທິເບດ.

ທັງນີ້, ອາເມລິກາມີສະຖານກົງສູນ 5 ແຫ່ງໃນຈີນຄື: ເມືອງກວາງໂຈ, ຊຽງໄຮ້, ເສິນຫຍາງ, ເສິງຕູ ແລະ ອູ່ຮັ່ນ ເຊິ່ງກ່ອນໜ້ານີ້ທາງລັດຖະບານຈີນ ເຄີຍພິຈາລະນາຈະສັ່ງປິດສະຖານກົງສູນອາເມລິກາ ທີ່ເມືອງອູ່ຮັ່ນ.

ອ່ານຂ່າວຍ້ອນຫຼັງໄດ້ທີ່: ຈີນຂູ່ຕອບໂຕ້ອາເມລິກາຫຼັງສັ່ງປິດສະຖານກົງສູນຈີນໃນລັດເທັກຊັສ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...