spot_img
Homeຂ່າວທ້ອງຖິ່ນແຂວງວຽງຈັນຈະເລັ່ງປັບປຸງເສັ້ນທາງເຂົ້າ-ອອກ 4 ບ້ານທີ່ຍັງທຸກຍາກ

ແຂວງວຽງຈັນຈະເລັ່ງປັບປຸງເສັ້ນທາງເຂົ້າ-ອອກ 4 ບ້ານທີ່ຍັງທຸກຍາກ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງ ແຂວງວຽງຈັນຈະເລັ່ງປັບປຸງເສັ້ນທາງເຂົ້າ-ອອກ 4 ບ້ານທີ່ຍັງທຸກຍາກ ພາຍໃນແຂວງໃຫ້​ສະດວກ​ສະບາຍທຽວໄດ້​ທັງ​ສອງ​ລະດູ​ການ ເພື່ອ​ເປັນ​ການ​ຊຸກຍູ້​ການ​ຜະລິດ​ຂອງ​ປະຊາຊົນ​ໃຫ້​ສາມາດ​ນຳ​ເອົາ​ສິນຄ້າ​ທີ່​ປະຊາຊົນ​ປູກ​ອອກ​ສູ່​ຕະຫຼາດ​ໃນ​ຕົວ​ເມືອງ​ໄດ້ ຫຼື ​ໃຫ້​ພໍ່ຄ້າ-ແມ່​ຄ້າ ສາມາດ​ເຂົ້າເກັບຊື້ໄດ້ໂດຍ​ກົງ 4 ບ້ານທີ່ຍັງ​ທຸກ​ຍາກປະກອບມີ​ບ້ານນ້ຳຫານ, ​ບ້ານສາມັກຄີ​ໄຊ, ​ບ້ານປາກ​ແຜນ ແລະ ​ບ້ານປາກ​ຢັນ ທີ່​ຂຶ້ນ​ກັບ​ເມືອງ​ແມດ ແຂວງວຽງຈັນ (ຄອບຄົວ​ທຸກ​ຍາກ​ຍັງ​ເຫຼືອ 755 ຄອບຄົວ).

​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງໆ​ວຽງ​ຈັນ ໄດ້ກ່າວເມື່ອບໍ່​ດົນມານີ້ວ່າ: ການແກ້ໄຂ ຫຼື ຈະສາມາດລຶບລ້າງຄວາມທຸກຍາກຂອງ ປະຊາຊົນ 4 ບ້ານ​ທຸກ​ຍາກດັ່ງກ່າວໄດ້ນັ້ນ ກ່ອນອື່ນໝົດຕ້ອງໄດ້ສຸມໃສ່ການປັບປຸງເສັ້ນທາງເຂົ້າບ້ານຂອງເຂົາເຈົ້າໃຫ້ທຽວໄດ້ທັງສອງລະດູ. ປັດຈຸບັນນີ້ເສັ້ນທາງເຂົ້າ-ອອກ 4 ບ້ານດັ່ງກ່າວສາມາດທຽວໄດ້ແຕ່ລະດູແລ້ງ, ສ່ວນ​ຍາມ​ຝົນ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ ເຊັ່ນ: ທາງມື່ນລົດບໍ່ສາມາດແລ່ນເຂົ້າ-ອອກໄດ້, ທາງເປື້ອນ ເປັນຂຸມ ແລະ ອື່ນໆ.

ທ່ານ ຄຳ​ພັນ ໄດ້ກ່າວຕື່ມວ່າ: ຖ້າເສັ້ນທາງດີສາມາດທຽວໄດ້ທຸກລະດູກໍ່ຈະເປັນການ​ຊຸກຍູ້​ການ​ຜະລິດ​ຂອງ​ປະຊາຊົນ​ໃຫ້​ສາມາດ​ນຳ​ເອົາ​ສິນຄ້າ​ຂອງເຂົາ​ເຈົ້າ ອອກມາຂາຍຢູ່ຕະຫຼາດຕົວເມືອງໄດ້ ນອກນັ້ນ ພໍ່ຄ້າ ແມ່ຄ້າ ຍັງສາມາດເຂົ້າໄປຊື້ຜົນຜະລິດຂອງປະຊາຊົນໄດ້ໂດຍກົງເລີຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...