spot_img
Homeຂ່າວທ້ອງຖິ່ນພົບຮ້ານອິນເຕີເນັດບາງຮ້ານຂາຍຢາເສບຕິດ ແລະ ບໍລິການຫຼີ້ນການພະນັນອອນລາຍ

ພົບຮ້ານອິນເຕີເນັດບາງຮ້ານຂາຍຢາເສບຕິດ ແລະ ບໍລິການຫຼີ້ນການພະນັນອອນລາຍ

Published on

ຮ້ານອິນເຕີເນັດໃນທົ່ວນະຄອນຫຼວງວຽງຈັນຈະຖືກຕິດຕາມໂດຍຄະນະກຳມະການພິເສດຫຼັງຈາກທີ່ເຈົ້າໜ້າທີ່ປະກາດວ່າຮ້ານອິນເຕີເນັດບາງຮ້ານຂາຍຢາເສບຕິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການຫຼີ້ນການພະນັນທາງອິນເຕີເນັດ.

ອີງຕາມ ໜັງ ສືພິມວຽງຈັນທາມສ໌ ໃຫ້ຮູ້ວ່າ ພະແນກໄປສະນີ ແລະ ໂທລະຄົມມະນາຄົມນະຄອນຫຼວງວຽງຈັນຈະແຕ່ງຕັ້ງຄະນະກຳ ມະການພິເສດທີ່ຈະຕິດຕາມກວດກາຮ້ານອິນເຕີເນັດ, ໂດຍມີການກວດກາເພື່ອຈະໄດ້ຮັບການປັບໃໝ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.

ຕາມການລາຍງານຂ່າວ ທີ່ເມືອງສະໜາມໄຊ ມີຮ້ານອິນເຕີເນັດທັງ ໝົດ 397 ຮ້ານ, ໃນນັ້ນ 159 ຮ້ານ ແມ່ນເຈົ້າໜ້າທີ່ພະແນກໄປສະນີໂທລະຄົມມະນາຄົມເມືອງ ແລະ ເຈົ້າແຂວງໄດ້ເຮັດການກວດສອບ.

ປັດຈຸບັນ,​ ທາງພະແນກຈະຈຳກັດຈຳນວນຮ້ານກາເຟໃນເມືອງໂດຍໂຈະການອະນຸຍາດໃຫ້ເປີດທຸລະກິດດັ່ງກ່າວ, ຫຼື ໂອນໃບອະນຸຍາດໃຫ້ເຈົ້າຂອງໃໝ່. ໃບອະນຸຍາດໝົດອາຍຸຈະບໍ່ໄດ້ຮັບການຕໍ່ອາຍຸອີກຕໍ່ໄປ ແລະ ຮ້ານອິນເຕີເນັດຈະບໍ່ໄດ້ຮັບອະນຸຍາດໃຫ້ຍ້າຍໄປຢູ່ສະຖານທີ່ໃໝ່.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...