spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ​ນະຄອນຫລວງ​ຕັດ​ສິນ​ຜູ້​ຄ້າ​ຢາ​ເສບ​ຕິດ​ຈຳ​ຄຸກ 13 ປີ

ສານ​ນະຄອນຫລວງ​ຕັດ​ສິນ​ຜູ້​ຄ້າ​ຢາ​ເສບ​ຕິດ​ຈຳ​ຄຸກ 13 ປີ

Published on

jone

 

​ໃນ​ວັນ​ທີ 15 ຕຸລາ​ຜ່ານ​ມາ ສານ​ປະຊາຊົນນະຄອນຫລວງ​ວຽງ​ຈັນ ໄດ້​ຕັດ​ສິນ​ລົງ​ໂທດ​ທ້າວ ​ໂອ​ທອງ ອາຍຸ 45 ປີ​ ຢູ່​ບ້ານ​

ຊຽງ​ດາ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ​ ໃຫ້​ຈຳ​ຄຸກ​ເປັນ​ເວລາ 13 ປີ ​ແລະ ປັບ​ໃໝ​ 222 ລ້ານ​ກີບ.

 

ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ທ້າວ​ໂອ​ທອງ ​​ໄດ້​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ນະຄອນຫລວງ​ວຽງ​ຈັນ​ ​ແລະ ​ເປັນ​ເປົ້າ​ໝາຍ​ຕິດ

ຕາມ​ຂອງ​ເຈົ້າ​ໜ້າ​ທີ່ມາ​ເປັນ​ເວລາດ​ົນນານ​ແລ້ວ ​ແລະ ສາມາດຈັບ​ຕົວ​ໄດ້​ເມື່ອ​ທ້າຍ​ເດືອນ​ເມສາ 2014 ພາຍຫລັງ​ເຂົ້າ​

ກວດ​ຄົ້ນ​ເຮືອນ​ຂອງ​ຜູ້ກ່ຽວ ​ແລະ ພົບ​ຢາ​ບ້າ​ຈຳນວນ 1900 ​ເມັດ ​ຊຸກ​ເຊື່ອງ​ໄວ້​ຢູ່​ກະຕ່າ​ຂີ້​ເຫຍື້ອຫລັງ​ເຮືອນ ຈຶ່ງ​ຖືກຈັບ​

ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...