Homeຂ່າວທ້ອງຖິ່ນຍອດຜູ້ປ່ວຍໄຂ້ຍຸງໃນລາວຍັງເພີ່ມສູງຂຶ້ນໃຫ້ທຸກຄົນເອົາໃສ່ຊ່ວຍກັນ

ຍອດຜູ້ປ່ວຍໄຂ້ຍຸງໃນລາວຍັງເພີ່ມສູງຂຶ້ນໃຫ້ທຸກຄົນເອົາໃສ່ຊ່ວຍກັນ

Published on

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 20/07/2020 ມີ 32 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ.  ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-20/07/2020 ມີ 3,422 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 721 ກໍ­ລະ­ນີ, ເສຍ​ຊີ­ວິດ 3 ຄົນ; ແຂວງ​ວຽງ​ຈັນ 407 ກໍ­ລະ­ນີ; ອັດ​ຕະ​ປື 358 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 396ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 233 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສະ­ຫວັນ​ນະ​ເຂດ 339 ກໍ­ລະ­ນີ; ສາ­ລະ​ວັນ 168 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 148 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 57 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 182 ກໍ­ລະ­ນີ; ໄຊ​ສົມ­ບູນ 47 ກໍ­ລະ­ນີ; ອຸ­ດົມ​ໄຊ 51 ກໍ­ລະ­ນີ; ຫຼວງ​ພະ​ບາງ 131 ກໍ­ລະ­ນີ; ບໍ່​ແກ້ວ 154 ກໍ­ລະ­ນີ; ຈຳ­ປາ​ສັກ 19 ກໍ­ລະ­ນີ; ຜົ້ງ​ສາ­ລີ 8 ກໍ­ລະ­ນີ; ຫົວ­ພັນ 2 ກໍ­ລະ­ນີ; ​ຊຽງ​ຂວາງ 1 ກໍລະນີ ເສຍຊີວິດ 1ຄົນ.

ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ ບໍ່ມີໜອນນໍ້າຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ. ພ້ອມນັ້ນ, ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈໍາ ຈຶ່ງສາມາດທໍາລາຍແຫລ່ງເພາະພັນຂອງຍຸງລາຍໄດ້ ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້າຮອງຈອກນໍ້າ, ປ່ອຍປາຫາງນົກຍູງເພື່ອກິນໜອນນໍ້າ; ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ່ອງ, ຢາງຕີນລົດເກົ່າທີ່ມີນໍ້າຂັງ; ປະຕິບັດໃຫ້ເປັນນິໄສ ປະຈໍາທຸກໆອາທິດ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...