Homeຂ່າວຕ່າງປະເທດນາຍົກອັງກິດປະກາດຖອນຫົວເຫວີ່ຍອອກຈາກການຮ່ວມພັດທະນາ 5G

ນາຍົກອັງກິດປະກາດຖອນຫົວເຫວີ່ຍອອກຈາກການຮ່ວມພັດທະນາ 5G

Published on

bangkokbiznews ລາຍງານວ່າ ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ປະກາດຄຳສັ່ງໃຫ້ຍົກເລີກການໃຊ້ອຸປະກອນຂອງບໍລິສັດຫົວເຫວີ່ຍ ທັງໝົດຈາກເຄືອຂ່າຍລະບົບສື່ສານ 5G ພາຍໃນປີ 2027.

ມີລາຍງານວ່າ ການທີ່ນາຍົກຂອງອັງກິດໃຫ້ເວລາ 7 ປີ ເພື່ອຖອດປ່ຽນອຸປະກອນຂອງຫົວເຫວີ່ຍອອກໄປ ເຮັດໃຫ້ບໍລິສັດຜູ້ໃຫ້ບໍລິການໂທລະຄົມຄົມມະນາຄົມເຊັ່ນ: ບີທີ ໂວດາຟນ ແລະ ທຣີ ພາກັນສະບາຍໃຈຂຶ້ນ ຫຼັງຈາກບໍລິສັດເຫຼົ່ານີ້ມີຄວາມກັງວົນວ່າອາດຖືກບັງຄັບໃຫ້ໃຊ້ເງິນຫຼາຍພັນລ້ານປອນໃນການປ່ຽນແປງອຸປະກອນຂອງຫົວເຫວີ່ຍທັນທີ.

ດ້ານທາງທ່ານ ໂອລິເວີ ດາວເດນ ລັດຖະມົນຕີດ້ານສື່ຂອງອັງກິດກ່າວວ່າ ລັດຖະບານອັງກິດໄດ້ຕັດສິນໃຈຫ້າມການໃຊ້ອຸປະກອນຂອງຫົວເຫວີ່ຍ ເທັກໂນໂລຢີ ໃນເຄື່ອຂ່າຍໂທລະສັບມືຖະລະບົບ 5G ຂອງອັງກິດ ເນື່ອງຈາກກັງວົນດ້ານຄວາມໝັ້ນຄົງ.

ການຕັດສິນໃຈຫຼ້າສຸດຂອງລັດຖະບານອັງກິດຖືເປັນການກັບຄຳເວົ້າຈາກມະຕິກ່ອນໜ້ານີ້ທີ່ອະນຸຍາດໃຫ້ຫົວເຫວີ່ຍມີບົດບາດທີ່ຈຳກັດໃນເຄືອຂ່າຍ 5G ຂອງອັງກິດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...