spot_img
Homeຂ່າວຕ່າງປະເທດຈີນເລັ່ງປ່ອຍນໍ້າອອກ 4 ເຂື່ອນ! ປະຊາຊົນຈີນ 38 ລ້ານຄົນຮັບຜົນກະທົບຈາກນໍ້າຖ້ວມໜັກ

ຈີນເລັ່ງປ່ອຍນໍ້າອອກ 4 ເຂື່ອນ! ປະຊາຊົນຈີນ 38 ລ້ານຄົນຮັບຜົນກະທົບຈາກນໍ້າຖ້ວມໜັກ

Published on

news.ch7 ລາຍງານເມື່ອວັນທີ 13 ກໍລະກົດວ່າ ລັດຖະບານຈີນເລັ່ງແກ້ໄຂບັນຫາລະດັບນໍ້າໃນອ່າງເກັບນໍ້າຫຼັກ ຕາມສາຍສາຂາແມ່ນໍ້າແຍງຊີ (Yangtze) ເພື່ອຊ່ວຍໃຫ້ຫຼາຍພາກພື້ນໃນພາກກາງຮັບມືກັບໄພນໍ້າຖ້ວມ ທີ່ເກີດຈາກຝົນທີ່ຕົກລົງມາຢ່າງໜັກໃນຫຼາຍວັນໃນຊ່ວງຕົ້ນເດືອນທີ່ຜ່ານມາ ມີລະດັບນໍ້າໄຫຼເຂົ້າອ່າງເກັບນໍ້າສູງເຖິງ 30,000 ແມັດກ້ອນຕໍ່ວິນາທີ ໃນຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດການວ່າ 10 ວັນ ຕໍ່ໜ້ານີ້ຈະມີປະລິມານນໍ້າເພີ່ມສູງຂຶ້ນເຖິງ 150 ມິລລີແມັດ ນອກຈາກນີ້ຍັງຄາດການວ່າລະດັບນໍ້າໃນທະເລສາບ ໄທ່ຫູ ຈະເກີນລະດັບຄວາມປອດໄພ ໃນຊ່ວງລະຫວ່າງວັນທີ 15-16 ກໍລະກົດນີ້ ເຊິ່ງອາດສົ່ງຜົນໃຫ້ນໍ້າຖ້ວມໜັກ.

ກະຊວງຊັບພະຍາກອນນໍ້າຂອງຈີນລະບຸວ່າ ລະດັບນໍ້າທັງໝົດ 433 ສາຍ ເພີ່ມສູງກວ່າລະດັບຄວາມປອດໄພ ມາຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ ສົ່ງຜົນກະທົບກັບປະຊາຊົນ 38 ລ້ານຄົນ ໃນ 27 ມົນທົນ ລວມເຖິງເຂດປົກຄອງຕົນເອງ ແລະ ເຂດເທດສະບານເມືອງ ມີຜູ້ເສຍຊີວິດ 141 ຄົນ ບ້ານເຮືອນປະຊາຊົນພັງຖະລົ່ມເສຍຫາຍ 28,000 ຫຼັງ, ຄວາມເສຍຫາຍທາງເສດຖະກິດ 6 ໝື່ນລ້ານຢວນ ແລະ ແມ່ນໍ້າ 200 ສາຍ ມີລະດັບນໍ້າລົ້ມຕາຝັ່ງສົ່ງຜົນໃຫ້ເກີດນໍ້າຖ້ວມໜັກໃນພື້ນທີ່ໃກ້ຄຽງ.

ປັດຈຸບັນ, ມີເຂື່ອນຈຳນວນ 4 ແຫ່ງ ທີ່ຕ້ອງເລັ່ງລະບາຍນໍ້າສຸກເສີນ ລວມທັງຍັງມີອ່າງເກັບນໍາຈຳນວນ 200 ແຫ່ງ ທີ່ມີລະດັບນໍ້າສູງເກີນກວ່າລະດັບທີ່ສາມາດກັກເກັບໄວ້ໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...