spot_img
Homeຂ່າວຕ່າງປະເທດຄົນຂັບລົດໂດຍສານແຄ້ນໃຈໃຫ້ລັດຖະບານຂັບລົດລົງອ່າງເກັບນໍ້າ ຜູ້ໂດຍສານເສຍຊີວິດ 21 ຄົນ

ຄົນຂັບລົດໂດຍສານແຄ້ນໃຈໃຫ້ລັດຖະບານຂັບລົດລົງອ່າງເກັບນໍ້າ ຜູ້ໂດຍສານເສຍຊີວິດ 21 ຄົນ

Published on

ສຳນັກຂ່າວ ເຊົາໄຊນາມໍນິງໂພສ ລາຍງານເມື່ອວັນທີ 12 ກໍລະກົດວ່າ ຕຳຫຼວດຈີນເປີດເຜີຍຄວາມຄືບໜ້າການສືບສວນເຫດລົດໂດຍສານຕົກລົງໃນອ່າງເກັບນໍ້າຂອງເມືອງ ອັນຊຸນ ມົນທົນກຸ້ຍໂຈ ເມື່ອອາທິດທີ່ຜ່ານມາ ຈົນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 21 ຄົນ ໂດຍລະບຸວ່າ ເຫດການດັ່ງກ່າວນີ້ເກີດຂຶ້ນຈາກຄວາມຈົງໃຈຂອງຄົນຂັບລົດ ເພື່ອແກ້ແຄ້ນສັງຄົມ ຫຼັງຈາກທີ່ລັດຖະບານໄດ້ທຳລາຍເຮືອນຫຼັງເກົ່າຂອງເຂົາ.

ຕາມການເປີດເຜີຍຂໍ້ມູນຂອງເຈົ້າໜ້າທີຕຳຫຼວດຮັກສາຄວາມປອດໄພສາທາລະນະເມືອງອັນຊຸນ ໃຫ້ຮູ້ວ່າ ຄົນຂັບລົດໂດຍສານໄວອາຍຸ 52 ປີ ແຊ່ ຈາງ ເດີນທາງໄປທີ່ບ້ານຫຼັງເກົ່າຂອງເຂົາໃນຊ່ວງຕອນເຊົ້າວັນທີ 7 ກໍລະກົດ ໂດຍເຂົາຖືຄອງກຳມະສິດເຮືອນຫຼັງນັ້ນ ແຕ່ຖືກທາງການທ້ອງຖິ່ນທຸບເຮືອນຂອງລາວຕາມແຜນພັດທະນາເມືອງ. ດັ່ງນັ້ນ, ທ້າວ ຈາງ ຈຶ່ງໂທລະສັບສາຍດ່ວນໄປເຖິງລັດຖະບານເພື່ອຮຽກຮອງວ່າ ເຮືອນຂອງເຂົາບໍ່ຄວນຖືກທຳລາຍກ່ອນທີ່ເຂົາຈະຫາເຮືອນຫຼັງໃໝ່ໄດ້.

ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 21 ຄົນ ລວມເຖິງທ້າວ ຈາງຄົນຂັບລົດກໍ່ເສຍຊີວິດຄາທີ ແລະ ມີຜູ້ບາດເຈັບອີກ 15 ຄົນ ໂດຍໃນກຸ່ມຜູ້ໂດຍສານມີນັກຮຽນຢ່າງໜ້ອຍ 12 ຄົນ ທີ່ຫາກໍ່ສອບເສັງແລ້ວໃນຊ່ວງເຊົ້າ ໂດຍ 5 ຄົນໃນຈຳນວນນີ້ເສຍຊີວິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...