Homeຂ່າວຕ່າງປະເທດດອກໄມ້ຢູນນານ ຄອງຕະຫລາດ 70% ໃນຈີນ ແລະ ຈະກາຍເປັນສູນກາງດອກໄມ້ແຫ່ງອາຊີ!

ດອກໄມ້ຢູນນານ ຄອງຕະຫລາດ 70% ໃນຈີນ ແລະ ຈະກາຍເປັນສູນກາງດອກໄມ້ແຫ່ງອາຊີ!

Published on

00114320f5750d1654320a

ສຳນັກຂ່າວຕ່າງປະເທດລາຍງານວ່າ ການພັດທະນາທຸລະກິດດອກໄມ້ໃນຢູນນານ ປະສົບຄວາມສຳເລັດສູງ ກາຍເປັນນະ

ຄອນແຫ່ງດອກໄມ້ ສົ່ງຂາຍທັງໃນ ແລະ ຕ່າງປະເທດ.

 

ແຂວງຢູນນານຂອງ ສປ ຈີນ ມີການພັດທະນາຊາວກະສິກອນຜູ້ປູກດອກໄມ້ຢ່າງຕໍ່ເນື່ອງ ໃນໄລຍະຕະຫລອດໜຶ່ງທົດສະ

ວັດທີ່ຜ່ານມາ ໂດຍພື້ນທີ່ປູກດອກເພື່ອສົ່ງອອກ ໄດ້ເພີ່ມຂຶ້ນຢ່າງວ່ອງໄວຈາກ 16 ເຮັກຕາ ກາຍມາເປັນ 10,000 ເຮັກຕາ

ໃນປັດຈຸບັນ.

 

ຄວາມສຳເລັດຂອງອຸດສາຫະກຳດອກໄມ້ໃນຢູນນານນີ້ ສ່ວນໜຶ່ງແມ່ນເລີ່ມຈາກການເປັນຫຸ້ນສ່ວນກັບກິດຈະການດອກ

ໄມ້ລະດັບໂລກ Verenigde Bloemenveilingen Aalsmeer (VBA) ຂອງໂຮນລັງໃນຮອບສິບປີທີ່ຜ່ານມາ ຈົນເຮັດໃຫ້ດອກ

ໄມ້ຂອງຢູນນານ ໄດ້ຄຸນນະພາບລະດັບສາກົນ ໂດຍຊາວກະສິກອນໄດ້ປ່ຽນຈາກການປູກພືດລາຍໄດ້ຕ່ຳ ຫັນມາປູກດອກ

ໄມ້ແທນ ເຊິ່ງມີມູນຄ່າທີ່ເພີ່ມຂຶ້ນສູງ ເພື່ອການສົ່ງອອກໂດຍສະເພາະ.

 

ປັດຈຸບັນ ແຂວງຢູນນານ ມີຊາວກະສິກອນປູກດອກໄມ້ກ່ວາ 21,400 ຄອບຄົວ ແລະ ກິດຈະການດອກໄມ້ຂອງເອກະຊົນ

ອີກປະມານ 390 ບໍລິສັດ ເຊິ່ງມີມູນຄ່າການຄ້າຕໍ່ປີຫລາຍເຖິງ 30,000 ລ້ານຢວນ ແລະ ຄອບຄອງສັດສ່ວນຕະຫລາດ

ພາຍໃນປະເທດແລ້ວເກືອບ 70% ໂດຍແຜນຍຸດທະສາດຂັ້ນຕໍ່ໄປຄື ການເປັນສູນກາງແຫ່ງການຜະລິດດອກໄມ້ໃນອາຊີ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...