spot_img
Homeຂ່າວຕ່າງປະເທດມຽນມາພົບຜູ້ປ່ວຍໂຄວິດ-19 ເພີ່ມ 3 ຄົນຫຼັງພວກເຂົາກັບມາຈາກໄທ ແລະ ອິນເດຍ

ມຽນມາພົບຜູ້ປ່ວຍໂຄວິດ-19 ເພີ່ມ 3 ຄົນຫຼັງພວກເຂົາກັບມາຈາກໄທ ແລະ ອິນເດຍ

Published on

ເວັບໄຊຂ່າວ ຊິນຫົວໄທ ລາຍງານເມື່ອວັນທີ 28 ມິຖຸນາວ່າ ມຽນມາອອກຖະແຫຼງການພົບຜູ້ປ່ວຍໂຄວິດ-19 ລາຍໃໝ່ ອີກ 3 ຄົນ ຫຼັງຈາກທີ່ເດີນມາແຕ່ປະເທດໄທ ແລະ ອິນເດຍ ເມື່ອບໍ່ດົນມານີ້.

ກະຊວງສາທາລະນະສຸກ ແລະ ກິລາ ຂອງມຽນມາ ໄດ້ຖະແຫຼງການໃນວັນອາທິດທີ່ຜ່ານມາວ່າ ພົບຜູ້ປ່ວຍໂຄວິດ-19 ເພີ່ມ 3 ຄົນ ເຮັດໃຫ້ປັດຈຸບັນ, ມຽນມາມີຜູ້ປ່ວຍຕິດເຊື້ອສະສົມເພີ່ມຂຶ້ນເປັນ 296 ຄົນ.

ທັນນີ້, ມຽນມາໄດ້ເຮັດການດຳເນີນການກວດຫາເຊື້ອໂຄວິດ-19 ທັງໝົດ 71,692 ຄົນ ໃນຂະນະທີ່ຍັງມີຜູ້ປ່ວຍອີກ 5,878 ຄົນ ທີ່ຢູ່ໃນລະຫວ່າງການກວດສອບ ໂດຍຕາມສະຖິຕິຂອງກະຊວງສາທາລະນະສຸກຂອງມຽນມາລະບຸວ່າ ຈົນເຖິງປັດບັນມຽນມາມີຜູ້ຕິດເຊື້ອໂຄວິດ-19 ທີປິ່ນປົວດີທັງໝົດ 216 ຄົນ ແລະ ເສຍຊີວິດ 6 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...