spot_img
Homeຂ່າວທ້ອງຖິ່ນອັດຕາການວ່າງງານພາຍໃນປະເທດອາດເພີ່ມຂື້ນເປັນ 25%

ອັດຕາການວ່າງງານພາຍໃນປະເທດອາດເພີ່ມຂື້ນເປັນ 25%

Published on

ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ລາຍງານວ່າ ຍ້ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວມາອາດຈະເຮັດໃຫ້ອັດຕາການວ່າງງານຢູ່ປະເທດເຮົາເພີ່ມຂື້ນຈາກປົກກະຕິ 9% ໃນຜ່ານມາ ມາເປັນ 25%.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 25 ມິຖຸນາ 2020 ວ່າ: ເພື່ອແກ້ໄຂໄພວ່າງງານດັ່ງກ່າວ ແນ່ນອນ ວ່າທາງລັດຖະບານຈະຕ້ອງໄດ້ສຸມໃສ່ດຶງດູດການລົງທຶນຂອງນັກທຸລະກິດທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃຫ້ຫຼາຍຂຶ້ນເພື່ອ ຊ່ວຍແກ້ໄຂ ສະພາບວ່າງງານດັ່ງກ່າວ ໂດຍການສ້າງໃຫ້ມີວຽກເຮັດງານທຳ ແລະ ຈຳກັດການນຳເຂົ້າແຮງງານຈາກຕ່າງປະເທດ.

ພ້ອມນັ້ນ, ກໍຊຸກຍູ້ ແລະ ອຳນວຍຄວາມສະດວກຕໍ່ການອະນຸຍາດການລົງທຶນ ໃນຂະແຫນງກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ໂດຍເນັ້ນໃສ່ການນຳໃຊ້ແຮງງານ ລາວທີ່ກັບຈາກຕ່າງປະເທດເຂົ້າໃນຂະແໜງການດັ່ງກ່າວໃຫ້ຫຼາຍຂຶ້ນ ແລະ ສືບຕໍ່ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໃຫ້ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດ ຕາມນະໂຍບາຍທີ່ກຳນົດໄວ້.

ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆ ເລັ່ງພັດທະນາສີມືແຮງງານໃນໄລຍະສັ້ນໃຫ້ແກ່ຜູ້ອອກແຮງງານທີ່ໄດ້ ຮັບຜົນກະທົບຈາກໂຄວິດ-19 ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ເຂົ້າເຮັດວຽກ, ປ່ຽນໜ້າວຽກ ຫຼື ສາມາດປະກອບອາຊີບດ້ວຍຕົນເອງຕາມຄວາມເຫມາະສົມ ພ້ອມທັງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ, ການຜະລິດ, ການບໍລິການ ແລະ ໂຄງການຕ່າງໆ ຮັບເອົາແຮງງານລາວເຂົ້າສູ່ຕຳແໜ່ງງານຕ່າງໆ, ປັບປຸງລະບົບ ຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ດ້ວຍຫຼາຍຮູບແບບ ແລະ ປະສານກັບປະເທດໃກ້ຄຽງ ໂດຍຜ່ານກະຊວງການຕ່າງປະເທດ ເພື່ອຂະຫຍາຍ ເວລາການຂໍນະໂຍບາຍປະກັນສັງຄົມຂອງແຮງງານທີ່ເຮັດວຽກຢູ່ປະເທດໃກ້ຄຽງຕື່ມອີກ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...