Homeຂ່າວຕ່າງປະເທດພາຍຸຫິມະຖະຫລົ່ມສາຍພູຫິມາໄລ ເສຍຊີວິດຢ່າງໜ້ອຍ 24 ຄົນ ສູນຫາຍອີກຫລາຍສິບລາຍ!

ພາຍຸຫິມະຖະຫລົ່ມສາຍພູຫິມາໄລ ເສຍຊີວິດຢ່າງໜ້ອຍ 24 ຄົນ ສູນຫາຍອີກຫລາຍສິບລາຍ!

Published on

deepsnow-2

 

ພາຍຸຫິມະຖະຫລົ່ມສາຍພູຫິມາໄລ ພົບຜູ້ເສຍຊີວິດແລ້ວ 24 ຄົນ ພ້ອມເລັ່ງຄົ້ນຫາຕໍ່ອີກຫລາຍລາຍທີ່ສູນຫາຍ

ຄາດຈຳນວນຜູ້ເສຍຊີວິດຍັງຈະເພີ່ມອີກ.

 

ໃນວັນທີ 15 ຕຸລາຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດພາຍຸຫິມະ ແລະ ຫິມະຖະຫລົ່ມເທິງ

ສາຍພູຫິມາໄລ ປະເທດເນປານ ຈາກອິດທິພົນຂອງພາຍຸໄຊໂຄນ ຮຸດຮຸດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ

24 ຄົນ ເຊິ່ງລວມທັງນັກປີນພູ ແລະ ຊາວໄຮ່ອີກຈຳນວນຫລາຍສິບຄົນຍັງຄົງສູນຫາຍຢູ່.

 

ລາຍງານໄດ້ລະບຸວ່າ ຈຳນວນຜູ້ເຊຍຊີວິດນັ້ນແມ່ນເປັນນັກປີນພູຫລາຍຊາດເຊັ່ນ: ຫວຽດນາມ, ໂປໂລຍ, ອິດ

ສະລາແອນ, ອິນເດຍ, ການາດາ ແລະ ເນປານ ເຊິ່ງເສຍຊີວິດຈົມຢູ່ກ້ອງກອງຫິມະຢ່າງໜ້າສະຫລົດໃຈ, ນອກ

ຈາກນີ້ກໍຍັງພົບເປັນຊາວໄຮ່ໃນພື້ນທີ່ ລວມຢູ່ໃນຈຳນວນຜູ້ເສຍຊີວິດນັ້ນດ້ວຍ.

 

ຢ່າງໃດກໍຕາມ ທີມກູ້ໄພສາມາດຊ່ວຍຊີວິດນັກປີນພູໄດ້ເກືອບ 40 ຄົນ ເຊິ່ງທັງໝົດໄດ້ຖືກນຳສົ່ງໂຮງໝໍ, ແຕ່

ກໍຍັງມີອີກຫລາຍສິບຄົນຍັງຄົງສູນຫາຍ ໂດຍຍັງບໍ່ທັນຮູ້ຊາຕາກຳ, ບາງຄົນຖືກຝັງຢູ່ກ້ອງກອງຫິມະທີ່ໜາ

ຈິ່ງຕ້ອງໄດ້ປະຕິບັດການຄົ້ນຫາກັນຕໍ່ ຄາດວ່າຈະໃຊ້ເວລາອີກຫລາຍມື້ ແລະ ຕົວເລກຂອງຜູ້ເສຍຊີວິດອາດຈະ

ເພີ່ມຂຶ້ນອີກ.

 

deepsnow

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...