Home​ຂ່າວທ່ອງທ່ຽວໂຄ​ງການ​ລາວ​ທ່ຽວ​ລາວຈະເປີດເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້

ໂຄ​ງການ​ລາວ​ທ່ຽວ​ລາວຈະເປີດເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້

Published on

ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ແລະ ​ສະມາຄົມ​ຮ້ານ​ອາຫານ​ ແລະ ​ໂຮງ​ແຮມໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນທີ 26 ມິຖຸນາ ນີ້ວ່າ: ໂຄ​ງການ​ລາວ​ທ່ຽວ​ລາວ ຈະ​ຊ່ວຍ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ, ໂດຍຈະໄດ້ມີ​ພິທີ​ເປີດຢ່າງ​ເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້​.

ໂຄງການດັ່ງກ່າວນີ້ເປັນໂຄງການສົ່ງເສີມການທ່ຽວຢູ່ພາຍໃນປະເທດ ເພື່ອຊັກຊວນ ແລະ ດຶງດູດຄົນລາວທີ່ມັກໄປທ່ຽວຕ່າງປະເທດ ໃຫ້ສົນໃຈມາທ່ຽວຊົມວັດທະນະທໍາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊົນຊາດລາວ ແລະ ທ່ຽວຊົມທັດສະນີຍະພາບອັນສວຍສົດງົດງາມຢູ່ຕາມແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

ທ່າ​ນ ອິນທີ ໄດ້ກ່າວວ່າ: ​ຈຸດປະສົງຂອງ​ໂຄງການ​ນີ້​​ແມ່ນ​ເພື່ອ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ​ໂດຍ​ສະ​ເພາະ​ໃນ​ໄລຍະ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ທີ່​ຍັງສືບ​ຕໍ່​ໃນ ​ປະ​ເທດ​ອ້ອມ​ຂ້າງ ​ແລະ ປະເທດອື່ນໆໃນໂລກ​.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...