spot_img
Homeຂ່າວຕ່າງປະເທດພະນັກງານໄປສະນີເຢຍລະມັນ 6 ຄົນ ຖືກນຳສົ່ງໂຮງໝໍດ່ວນຍ້ອນກິ່ນຖົ່ວລຽນ

ພະນັກງານໄປສະນີເຢຍລະມັນ 6 ຄົນ ຖືກນຳສົ່ງໂຮງໝໍດ່ວນຍ້ອນກິ່ນຖົ່ວລຽນ

Published on

ເວັບໄຊ edition.cnn.com ລາຍງານວ່າ ຕຳຫຼວດ ແລະ ພະນັກງານດັບເພີງຕ້ອງຟ້າວນຳພະນັກງານໄປສະນີ 6 ຄົນ ໃນລັດບາວາເຣຍ ປະເທດ ເຢຍລະມັນ ສົ່ງໂຮງໝໍດ່ວນ ແລະ ສັ່ງອົບພະຍົບພະນັກງານທີ່ເຫຼືອອອກມາ ຫຼັງຈາກໄດ້ຮັບແຈ້ງວ່າມີພັດສະດຸທີ່ໜ້າສົງໃສສົ່ງມາທີ່ສຳນັກງານ ແຖມຍັງສົ່ງກິ່ນປະຫຼາດ.

ເມື່ອຕຳຫຼວດມາຮອດຈຸດເກີດເຫດ ກໍ່ພົບວ່າມີພະນັກງານ 12 ຄົນ ມີອາການວິນຫົວ ໂດຍ 6 ຄົນ ມີອາການຮຸນແຮງ ແລະ ພົບວ່າມີສາເຫດມາຈາກພັດສະດຸທີ່ໜ້າສົງໃສສົ່ງມາ ຕຳຫຼວດໄດ້ສັ່ງໃຫ້ພະນັກງານກວ່າ 60 ຄົນ ອົບພະຍົບອອກຈາກອາຄານສຳນັກງານ ຈາກນັ້ນຈຶ່ງເຂົ້າກວດສອບ ແລະ ເມື່ອເປີດພັດສະດຸອອກມາກໍ່ພົບວ່າ ໃນພັດສະດຸນັ້ນແມ່ນບັນຈຸ ໝາກຖົ່ວລຽນ 4 ໜ່ວຍ ສົ່ງມາໃຫ້ຜູ້ຮັບຄົນໜຶ່ງ ບໍ່ແມ່ນກ໊າຊພິດດັ່ງທີ່ສົງໃສ.

ມີລາຍງານວ່າ ເຈົ້າໜ້າທີ່ບໍ່ໄດ້ທຳລາຍຖົ່ວລຽນ ແລະ ໄດ້ດຳເນີນການສົ່ງຕໍ່ໝາກຖົ່ວລຽນດັ່ງກ່າວໄປຫາຜູ້ຮັບປາຍທາງຮຽບຮ້ອຍແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...