spot_img
Homeຂ່າວທ້ອງຖິ່ນລັດສືບຕໍ່ແກ້ໄຂບັນຫາໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດ

ລັດສືບຕໍ່ແກ້ໄຂບັນຫາໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ສະມາຊິກສະພາແຫ່ງຊາດ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ໄຂຂື້ນຢ່າງເປັນທາງການມື້ເຊົ້ານີ້ ກ່ຽວກັບສະພາບການແກ້ໄຂໜີ້ສິນຂອງໂຄງການລົງທຶນຂອງລັດ ແລະ ບັນຍາກາດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ວ່າ: ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດສະເພາະ 6 ເດືອນຕົ້ນປີ 2020 ໄດ້ເອົາໃຈໃສ່ແກ້ໄຂໜີ້ສິນບັນດາໂຄງການທີ່ໄດ້ຈັດຕັ້ງປະຕິບັດ ສໍາເລັດ 100% ແລະ ເປັນໂຄງການທີ່ເປັນໜີ້ຄ້າງຈ່າຍມາດົນແລ້ວ ໂດຍນໍາໃຊ້ຫຼາຍແຫຼ່ງທຶນ ແລະ ຫຼາຍຮູບແບບ ເປັນຕົ້ນທຶນປົກກະຕິ, ທຶນບ້ວງສະເພາະ, ແກ້ໄຂໜີ້ 3 ແຈ ແລະ ພັນທະບັດ. ສໍາລັບ 6 ເດືອນທ້າຍປີ, ລັດຖະບານ ຍັງຈະສືບຕໍ່ຄົ້ນຄວ້າແກ້ໄຂໜີ້ສິນໃນຮູບແບບອວ່າຍ 3 ແຈ ແລະ ອອກພັນທະບັດຈໍານວນໜຶ່ງ ເພື່ອສ້າງສະພາບຄ່ອງຕໍ່ການດໍາເນີນທຸລະກິດ ແລະ ການພັດທະນາ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19.

ສະເພາະການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດໍາເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນ 5 ປີ 2020 ປະຕິບັດໄດ້ 750 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 7.125 ຕື້ກີບ (ແຜນການ 23.125 ຕື້ກີບ).

ປັດຈຸບັນ ບັນດາໂຄງການລົງທຶນໃຫຍ່ ເປັນຕົ້ນ ໂຄງການທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 89,45%, ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າ 71%. ນອກນັ້ນ, ຍັງມີບັນດາໂຄງການຕ່າງໆ ທີ່ຍັງຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ ເຊັ່ນ: ໂຄງການກໍ່ສ້າງ ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ປາກເຊ, ທາງດ່ວນເລກ 1 ແລະ ອື່ນໆ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...