spot_img
Homeຂ່າວທ້ອງຖິ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄືບໜ້າດີວາງລາງແລ້ວເກືອບ 50 ກິໂລແມັດ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄືບໜ້າດີວາງລາງແລ້ວເກືອບ 50 ກິໂລແມັດ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນໄລຍະ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ແມ່ນສໍາເລັດການປັກຫຼັກຂອບເຂດສະຖານີໂດຍສານ ໃນເນື້ອທີ່ 150 ເຮັກຕາ, ສໍາເລັດການປັກຫຼັກຂອບເຂດສະຫງວນທາງລົດໄຟ ຄວາມຍາວ 17 ກິໂລແມັດ, ສໍາເລັດການປັກຫຼັກຂອບເຂດສະຖານີສິນຄ້າວຽງຈັນໃຕ້ 2 ຈຸດ ໃນຈໍານວນ 3 ຈຸດ; ສ່ວນການມອບພື້ນທີ່ເພື່ອການກໍ່ສ້າງຂອງໂຄງການ ແມ່ນປະຕິບັດໄດ້ 100% ໃນ 409 ກິໂລແມັດ. ໂດຍລວມການຈັດຕັ້ງປະຕິບັດວຽກງານຕ່າງໆຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ດໍາເນີນໄປຢ່າງຄ່ອງແຄ້ວວ່ອງໄວ, ຮັບປະ ກັນຄຸນນະພາບ, ສາມາດສໍາເລັດຕາມກຳນົດເວລາ ແລະ ເຮັດໃຫ້ໂຄງການນີ້ ກາຍເປັນໂຄງການປອດໃສ, ຂາວສະອາດຢ່າງແທ້ຈິງ.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປີດເຜີຍວ່າ: ຮອດທ້າຍເດືອນພຶດສະພາ 2020, ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ; ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ.

ໂອກາດນີ້, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ(ຜູ້ປະຈໍການ) ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນການປັບປຸງໂຄງຮ່າງການຈັດຕັ້ງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄືນໃຫມ່, ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ, ທັງສາມາດໄກ່ເກ່ຍສິ່ງກີດຂວາງທີ່ຍັງຄ້າງຄາໃນ 11 ຈຸດ, ແກ້ໄຂບັນຫາຫຍຸ້ງຍາກຂອງບັນດາບໍລິສັດຮັບເໝົາລູກຊ່ວງ ແລະ ບໍລິສັດແມ່, ສໍາເລັດການປຶກສາປາລື ແລະ ຍົກຍ້າຍສະຖານີວຽງຈັນໃຕ້ ແລະ ມອບພື້ນທີ່ໃຫ້ແກ່ການກໍ່ສ້າງສະຖານີຕ່າງໆ, ບັນລຸຄາດໝາຍການສະໜອງແຮງງານລາວເຂົ້າໃນໂຄງການ ແລະ ການນໍາໃຊ້ວັດສະດຸ, ພາຫະນະຂອງລາວເຂົ້າໃນໂຄງການ, ການຕິດຕາມ, ກວດກາການປະຕິບັດສັນຍາຂອງໂຄງການ ແລະ ວຽກງານອື່ນໆອີກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...