spot_img
Homeຂ່າວທ້ອງຖິ່ນປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19

ປະເທດລາວໄດ້ຮັບການຍ້ອງຍໍຈາກ WHO ກັບໄຊຊະນະໃນການຮັບມືໂຄວິດ-19

Published on

ເວັບໄຊຂ່າວ laotiantimes ໄດ້ລາຍງານໃຫ້ຮູ້ວ່າ ປະເທດລາວໄດ້ຮັບການຍ້ອງຍໍຈາກຜູ້ຕາງໜ້າຂອງອົງການສາກົນດ້ານສາທາລະນະສຸກ ສຳລັບການຮັບມືກັບການແຜ່ລະບາດຂອງໂຄວິດ-19.

ຫຼັງຈາກຜ່ານໄປເປັນເວລາ 59 ວັນ ໂດຍບໍ່ພົບຜູ້ປ່ວຍ ໂຄວິດ-19 ກໍລະນີໃໝ່ ແລະ  ຜູ້ປ່ວຍກໍລະນີສຸດທ້າຍໄດ້ອອກຈາກໂຮງໝໍເປັນທີ່ຮຽບຮ້ອຍ ທ່ານ ທອງລຸນ ສິສຸລິດ ໄດ້ກ່າວຄໍາປາໄສ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ກ່ຽວກັບຄວາມສຳເລັດຂອງປະເທດໃນການຄວບຄຸມການລະບາດຂອງໄວຣັດໂຄວິດ-19 ພ້ອມກ່າວຂອບໃຈບັນດາຄູ່ຮ່ວມມືສາກົນທີ່ໃຫ້ການສະ ໜັບສະໜູນ.

ໃນບົດກ່າວປາໄສ  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊົມເຊີຍຄະນະສະເພາະກິດ ທີ່ໄດ້ປະຕິບັດມາດຕະການຄວບຄຸມທີ່ວ່ອງໄວ ແລະ ມີປະສິດຕິຜົນ ຢຸດເຊົາການລະບາດຂອງ ໂຄວິດ-19 ພ້ອມຍ້ອງຍໍການປະກອບສ່ວນ ແລະ ການເສຍສະຫຼະຂອງປະຊາຊົນໃນການສັງເກດເບິ່ງຂໍ້ຈຳກັດຕ່າງໆກ່ຽວວ່າພວກເຂົາສາມາດໄປສະຖານທີ່ໃດໄດ້ ຫຼື ສາມາດເຮັດກິດຈະກຳຫຍັງໄດ້ແນ່.

ທ່ານ ດຣ Howard Sobel ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ກ່າວຊົມເຊີຍຜົນສຳເລັດຂອງລັດຖະບານລາວໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຄັ້ງທຳອິດຂອງປະເທດ.

WHO ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກຂອງລາວ ແລະ ພາກສ່ວນອື່ນໆ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນປະເທດຕໍ່ການລະບາດຂອງໄວຣັດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...