spot_img
Homeຂ່າວທ້ອງຖິ່ນອະນາຄົດຜູ້ຊົມໃຊ້ໄຟຟ້າອາດຈະໄດ້ໃຊ້ໄຟຟ້າດ້ວຍລະບົບເຕີມເງິນ

ອະນາຄົດຜູ້ຊົມໃຊ້ໄຟຟ້າອາດຈະໄດ້ໃຊ້ໄຟຟ້າດ້ວຍລະບົບເຕີມເງິນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ລັດວິສາຫະກິດໄຟຟ້າລາວແຈ້ງໃຫ້ຮູ້ວ່າ: ໃນອະນາຄົດ ຜູ້ຊົມໃຊ້ໄຟຟ້າອາດຈະໄດ້ໃຊ້ໄຟຟ້າດ້ວຍລະບົບເຕີມເງິນ ຫຼື ແບບທັນສະໄໝ ເພາະລັດວິສາຫະກິດໄຟຟ້າລາວ (ຟຟລ) ມີແຜນທີ່ຈະເຮັດໂຄງການ Smart Meter ແຕ່ກໍເປັນການລົງທຶນໃໝ່ທີ່ສູງ ເຊິ່ງ ຟຟລ ເອງກໍຢູ່ໃນໄລຍະຂາດແຫຼ່ງທຶນ ແລະ ມີໜີ້ສິນຫຼາຍ, ແຕ່ໃນອະນາຄົດຄິດວ່າຕ້ອງໄດ້ຫັນປ່ຽນໄປຕາມຍຸກສະໄໝ.

ຟຟລ ມີແຫຼ່ງຜະລິດໄຟຟ້າຂອງຕົນເອງບໍ່ຫຼາຍປະມານ 6%, ຕ້ອງໄດ້ຊື້ຈາກ ບໍລິສັດ​ ຜະລິດ​ໄຟຟ້າ​ ມະຫາຊົນ​ (EDL-Gen)​ ເຊິ່ງເປັນບໍລິສັດລູກ ຂອງ ລັດວິສາຫະກິດໄຟ້າລາວ 22% , ຈາກຜູ້ຜະລິດໄຟຟ້າເອກກະຊົນ 58% (IPP/SPP) ແລະ ນໍາເຂົ້າ 14%.

ຟຟລ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມິຖຸນາ 2020, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ປະຕິບັດຫຼຸດອັດຕາຄ່າໄຟຟ້າກຸ່ມທີ່ໃຊ້ໄຟຟ້າ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ດ້ວຍລະບົບທີ່ແຕກຕ່າງກັນ (11,9-16,2%), ສ່ວນກຸ່ມອື່ນໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຫຼາຍຢູ່ແລ້ວ.  ນະໂຍບາຍດັ່ງກ່າວ ໃຫ້ປະຕິບັດສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາ ຟຟລ  ໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດໃຫ້ຖຶກຕ້ອງ ແລະ ສອດຄ່ອງ. ນອກນັ້ນ, ໃຫ້ປະຕິບັດນະໂຍບາຍຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດໝໍທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຕາມການຄົ້ນຄວ້າ ແລະ ສະເໜີຂອງກະຊວງສາທາລະນະສຸກ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...