Homeເກັບຕົກ-ເລື່ອງແປກ7 ສາວແປກ ກິນເນດບຸກ ເວີເລັກຄອດ

7 ສາວແປກ ກິນເນດບຸກ ເວີເລັກຄອດ

Published on

 

  1. ຜູ້ຍິງ​ທີ່​ແອວ​ນ້ອຍ​ທີ່ສຸດ​ໃນ​ໂລກ
    ບໍ່​ໃຊ້ໂປແກມໂຟ​ໂຈ​ຊອບ ບໍ່​ຕັດ​ຕໍ່​ຮູບ​ຫຍັງ​ທັງ​ນັ້ນ​ ເຄ​ທີ ຈັງ ປ້າ​ສຸດ​ເຊັກຊີ ​ເຈົ້າ​ຂອງ​ແອວ 15 ນິ້ວ! ຫລື​ ປະ​ມານ 38 ຊັງ​ຕີ​ແມັດ ຈົນ​ຮ່າງ​ຂອງ​ນາງ​ຄື​ໂມງ​ຊາຍຕັ້ງເວລາ ​ຂອງ​ແທ້ ໂດຍ​ນາງ​ສະຖາປະນາ​ຕົນ​ເອງ​ເປັນ​ລາ​ຊະ​ນີ​ຂອງ​ວົງ​ການ​ຊຸດ Corset ໂດຍ​ນາງ​ນຸ່ງຊຸດ corset  (ຊຸດ​ໃນ​ຮູບ) ລາວ ໄດ້​ລົງ ​ກິນ​ເນດ​ບຸກ ເວີ​ເລກ​ຄອ​ດ ໃນ​ປີ 2007 ວ່າ​ ເປັນ​ບຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ ທີ່​ແອວ​ນ້ອຍ​ທີ່ສຸດ​ໃນ​ໂລກ  ແຕ່​ຖ້າ​ນັບ​ລວມ​ຍິງ​ເສັຍຊີວິດ​ດ້ວຍ​ກໍ​ຈະ​ຕົກ​ໄປ​ຢູ່​ທີ່ Ethel Granger  ທີ່​ມີ​ແອວ​ພຽງ 13 ນິ້ວ​ເທົ່າ​ນັ້ນ

1

  1. ຜູ້ຍິງ​ທີ່​ຂາ​ຍາວ​ທີ່ສຸດ​ໃນ​ໂລກ

Svetlana Pankratova  ສາວ​ລັດ​ເຊຍ ​ເຈົ້າ​ຂອ​ງສະ​ຖິ​ຕິ​ ກິນ​ເນດ​ບຸກ  ຜູ້ຍິງ​ທີ່​ຂາ​ຍາວ​ທີ່ສຸດ​ໃນ​ໂລກ ໂດຍ​ມີ​ຂາ​ຍາວ​ຢູ່​ທີ່ 132 ຊັງ​ຕີ​ແມັດ  ແລະ ​ມີ​ຄວາມ​ສູງ​ຢູ່​ທີ່ 196 ຊັງ​ຕີ​ແມັດ ຍິ່ງ​ໄປ​ກວ່າ​ນັ້ນ ​ນາງ​ຍັງມີ​ຕີນ​ທີ່ໃຫ່ຍ​ ໂດຍ​ໃນ​ອາ​ດີດ​ນາງ​ເປັນ​ທີມ​ຊາດ​ ບານບ້ວງ ​ຂອ​ງສະ​ຫະ​ລັດອາ​ເມ​ລິ​ກາ ໂດຍ​ໃນ​ຮູບ​ຄື ພາບ​ຖ່າຍ​ກັບ​ຜູ້​ຊາຍ​ຈີນ ​ທີ່​ໂຕ​ນ້ອຍ​ທີ່ສຸດ​ໃນ​ໂລກ He Pingping ເຊິ່ງ​ເສັຍຊີວິດ​ໄປ​ແລ້ວ

2

  1. ຜູ້ຍິງ​ທີ່​ມີ​ໜວດ​ຍາວ​ທີ່ສຸດ​ໃນ​ໂລກ

Vivian Wheeler  ​ປ້າ ​ລັດ​ ອິນ​ລິ​ນອຍ ຮ່າງ​ກຳ​ເນີດ​ມີ​ສອງ​ເພດ ແຕ່​ໝໍ​ໄດ້​ມີການ​ແປງ​ເປັນ​ສາວ​ເຕັມ​ໂຕ ນາງ​ຈຶ່ງ​ກາຍ​ເປັນ​ເຈົ້າ​ຂອ​ງສະ​ຖິ​ຕິ​ຜູ້ຍິງ​ທີ່​ມີ​ໜວດ​ຍາວ​ທີ່ສຸດ​ໃນ​ໂລກ ໂດຍ​ພໍ່​ຂອງ​ນາງ​ຢືນຢັນ​ວ່າ ນາງ​ເລີ່ມ​ແຖ​ໜວດ​ຕັ້ງ​ແຕ່​ອາ​ຍຸ 7 ປີ​

9

  1. ຜູ້ຍິງ​ທີ່​ລີ້ນ​ຍາວ​ທີ່ສຸດ​ໃນ​ໂລກ

ສາວ​ນັກ​ຮຽນ​ ເຢຍລະມັນ  Annika Irmler ສາວ​ນ້ອຍ​ລີ້ນ​ຍາວ​ທີ່ສຸດ​ໃນ​ໂລກ​ຂອງ ກິນ​ເນດ ບຸກ ເວີເລກ​ຄອ​ດ ເຈົ້າ​ຂອງ​ລິ້ນ 7 ຊັງຕີ​ແມັດ ນາງ​ກິນກະແລ້ມ​ໄດ້​ຮອດ​ປາຍກັນເລີຍ

4

  1. ຜູ້ຍິງ​ທີ່​ມີ​ເລັບ​ຍາວ​ທີ່ສຸດ​ໃນ​ໂລກ

ee Redmond ສາວ​ ທີ່​ບໍ່​ເຄີຍ​ຕັດ​ເລັບ​ຕັ້ງ​ແຕ່​ປີ 1979 ແລະ ​ເບິ່ງແຍງ​ເລັບ​ຢ່າງ​ດີ​ຈົນ​ມີ​ຄວາມ​ຍາວ​ເຖິງ 8.65 ແມັດ ແລະ ​ໄດ້​ສະ​ຖິ​ຕິ​ຜູ້ຍິງ​ທີ່​ມີ​ເລັບ​ຍາວ​ທີ່ສຸດ​ໃນ​ໂລກ ແຕ່​ໜ້າ​ເສຍ​ດາຍ​ ເພາະ​ນາງ​ຫາກໍ່​ຈະ​ເສຍ​ເລັບ​ຍາວ​​ນີ້​ໄປ​ເມື່ອ​ປີ 2009 ເພາະ​ອຸບັດເຫດ​ລົດ​ຕໍາ

5

  1. ຜູ້ຍິງ​ທີ່​ຜົມ​ຍາວ​ທີ່ສຸດ​ໃນ​ໂລກ

Xie Qiuping  ເຈົ້າ​ຂອ​ງສະ​ຖິ​ຕິ​ຜູ້ຍິງ​ທີ່​ຜົມ​ຍາວ​ທີ່ສຸດ​ໃນ​ໂລກ ​ປ້າມີ​ຜົມ​ຍາວ​ເຖິງ 5.627 ແມັດ  ໂດຍ​ນາງ​ຢືນຢັນ​ວ່າ​ ບໍ່​ເຄີຍ​ຕັດ​ຜົມ​ເລີຍ​ຕັ້ງ​ແຕ່​ອາ​ຍຸ 13 ໃນ​ປີ 1973 ຖ້າ​ນັບ​ເຖິງ​ມື້​ນີ້​ ປ້າ ​ກໍ​ຈົ່ງ​ຜົມ​ຍາວ​ມາ 41 ປີ​ແລ້ວ!!

6

  1. ຜູ້ຍິງ​ໄວ​ລຸ້ນ​ທີ່​ເຕ້ຍ​ທີ່ສຸດ​ໃນ​ໂລກ

Jyoti Amge  ເຈົ້າ​ຂອ​ງສະ​ຖິ​ຕິ​ຜູ້ຍິງ​ໄວ​ໜຸ່ມ​ທີ່​ເຕ້ຍ​ທີ່ສຸດ​ໃນ​ໂລກ ນາງ​ຄື​ສາວ​ ອິນ​ເດຍ​ອາ​ຍຸ 21 ປີ ເຈົ້າ​ຂອງ​ຄວາມ​ສູງ 62.8 cm  ໂດຍ​ຍອມ​ຮັບ​ວ່າ​ ຕອນທໍາອິດ ນາງ​ບໍ່​ຢາກ​ຈະ​ໄປ​ໃສ ບໍ່​ຢາກ​ອອກຈາກ​ເຮືອນ ຢ້ານ​ສາຍ​ຕາ​ຜູ້​ຄົນ ແຕ່​ຕອນ​ນີ້ນາງກ້າທີ່ຈະເຮັດ ທຸກສິ່ງທຸກຢ່າງແລ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...