Homeຂ່າວທ້ອງຖິ່ນຂັ້ນຕອນ ແລະ ເອກະສານທີ່ຕ້ອງມີເມື່ອເວລາໄປພົວພັນຮັບເງິນອຸດໜູນວ່າງງານ

ຂັ້ນຕອນ ແລະ ເອກະສານທີ່ຕ້ອງມີເມື່ອເວລາໄປພົວພັນຮັບເງິນອຸດໜູນວ່າງງານ

Published on

ໜັງສືພິມ ເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ສຳລັບກຸ່ມເປົ້າໝາຍທີ່ຈະໄດ້ຮັບເງິນອຸດໜູນວ່າງງານແມ່ນ ຜູ້ປະກັນຕົນທີ່ເຮັດວຽກຢູ່ຫົວໜ່ວຍແຮງງານ ທີ່ໄດ້ຢຸດກິດຈະການຊົ່ວຄາວ ຫຼື ຖືກໃຫ້ພັກວຽກ ໂດຍບໍ່ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານນັບແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນມາ.

ເອກະສານປະກອບມີ: ໜັງສືສະເໜີຂອງຫົວໜ່ວຍແຮງງານເຖິງອົງການປະກັນສັງຄົມແຫ່ງຊາດ, ໃຫ້ຕົວແທນຫົວໜ່ວຍວິສາຫະກິດມາພົວພັນໂດຍກົງກັບອົງການປະກັນສັງຄົມແຫ່ງຊາດ, ມີໃບຢັ້ງຢືນທາງການຈາກພາກສ່ວນກ່ຽວຂ້ອງໃນການຢຸດດຳເນີນກິດຈະການຊົ່ວຄາວ (ສຳລັບຫົວໜ່ວຍແຮງງານທີ່ນອນໃນຂົງເຂດທຸລະກິດທີ່ສືບຕໍ່ໃຫ້ປິດການດຳເນີນກິດຈະການ ຕາມຄຳສັ່ງບໍ່ຈຳເປັນຕ້ອງມີການຢັ້ງຢືນ), ແຈ້ງບັນຊີພະນັກງານລວມທັງເລກລະຫັດປະກັນສັງຄົມ ແລະ ບັນຊີທະນາຄານຂອງພະນັກງານແຕ່ລະຄົນ.

ພາຍຫຼັງຍື່ນເອກະສານແລ້ວ ອົງການປະກັນສັງຄົມຈະກວດສອບຂໍ້ມູນແລ້ວແຈ້ງຢັ້ງຢືນຈຳນວນຜູ້ທີ່ຄົບເງື່ອນໄຂໄດ້ຮັບອຸດໜູນເຖິງຫົວໜ່ວຍແຮງງານ. ອັນສຳຄັນຜູ້ຈະໄດ້ອຸດໜູນວ່າງງານຕ້ອງຈ່າຍເງິນສົມທົບ 12 ເດືອນຂຶ້ນໄປ, ສ່ວນຜູ້ເປັນສະມາຊິກປະກັນຕົນແບບສະໝັກໃຈແມ່ນບໍ່ຢູ່ໃນເງື່ອນໄຂຮັບອຸດໜູນວ່າງງານ.

ສຳລັບຜູ້ທີ່ມີເງື່ອນໄຂໄດ້ອຸດໜູນວ່າງງານ ສະເພາະຫົວໜ່ວຍວິສາຫະກິດທີ່ໄດ້ຮັບຜົນກະທົບໃນໄລຍະການແຜ່ລະບາດ ໂຄວິດ-19 ໃຫ້ຫົວໜ່ວຍວິສາຫະກິດເຂົ້າມາດຳເນີນເອກະສານໃຫ້ພະນັກງານຂອງຕົນ ຫຼີກລ່ຽງບໍ່ໃຫ້ບຸກຄົນມາເອງ (ຮັກສາໄລຍະຫ່າງ) ຖ້າມີຄຳຖາມເພີ່ມເຕີມໂທໄດ້ທີ່ ສາຍດ່ວນ 1508 / 021 225042, 021 225043, 021 241280.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...