Homeຂ່າວທ້ອງຖິ່ນມອບ-ຮັບຕຳແໜ່ງຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ພ້ອມແຕ່ງຕັ້ງຮອງຄົນໃໝ່ອີກ 4 ທ່ານ

ມອບ-ຮັບຕຳແໜ່ງຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ພ້ອມແຕ່ງຕັ້ງຮອງຄົນໃໝ່ອີກ 4 ທ່ານ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ວັນທີ 16 ມິຖຸນາ 2020 ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວນະຄອນ ຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບຳນານ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອຳນວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່), ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມບັນດາຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີດັ່ງກ່າວນອກຈາກມີການມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ແລ້ວ ໃນວັນດຽວກັນນັ້ນ, ທ່ານລັດຖະມົນຕີກະຊວງການເງິນຍັງໄດ້ຕົກລົງແຕ່ງຕັ້ງ ຮອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວເພີ່ມຕື່ມ 04 ທ່ານ ຄື: ທ່ານ ຄໍາເພັງ ທິນນະກອນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງີນ ເປັນຮອງຜູ້ອໍານວຍການ, ທ່ານ ເຄນ ເທບວົງສາ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ເປັນຮອງຜູ້ອໍານວຍການ, ທ່ານ ຄູນ ບົວແພງພັນ ວ່າການຫົວໜ້າຝ່າຍຄຸ້ມຄອງສາຍສົ່ງ ແລະ ສະຖານີ ເປັນຮອງຜູ້ອໍານວຍການ ແລະ ແຕ່ງຕັ້ງ ທ່ານ ຟອງປະສິດ ເພັດສີສຸກ ວ່າການຫົວໜ້າຝ່າຍເຕັກນິກ ເປັນຮອງຜູ້ອໍານວຍການຕື່ມອີກ.

ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄື: ລັດວິສາຫະກິດໄຟຟ້າລາວເທື່ອນີ້ ແມ່ນມີຄວາມສຳຄັນຫຼາຍ ຈຸດປະສົງແມ່ນແນໃສ່ການນຳພາ, ການຄຸ້ມຄອງບໍລິຫານຢູ່ໃນການຄຸ້ມຄອງມະຫາພາກ ກໍ່ຄືການຄຸ້ມຄອງວິສາຫະກິດໄຟຟ້າລາວ ໃຫ້ມີຄວາມສອດຄ່ອງກັບລະບຽບກົດໝາຍ ພ້ອມປັບປຸງໃຫ້ມີສະພາບທີ່ດີຂຶ້ນກວ່າເກົ່າ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບ ການໃນໄລຍະໃໝ່ ເຮັດໃຫ້ການຄຸ້ມຄອງບໍລິຫານຂອງລັດກໍ່ຄືຄຸ້ມຄອງທຸລະກິດໄປຕາມການນຳພາຂອງພັກໃນໄລຍະໃໝ່ທີ່ມີປະສິດທິພາບ ແລະ ປະສິດທິຜົນໃຫ້ຫຼາຍຂຶ້ນກວ່າເກົ່າ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...