Homeຂ່າວຕ່າງປະເທດແພດຈົນຢ້ານ! ຜ່າຕັດທ້ອງຜູ້ພົບປ່ວຍພົບສາຍສາກໂທລະສັບໃນທ້ອງ

ແພດຈົນຢ້ານ! ຜ່າຕັດທ້ອງຜູ້ພົບປ່ວຍພົບສາຍສາກໂທລະສັບໃນທ້ອງ

Published on

ເວັບໄຊ hilight.kapook ລາຍງານວ່າ ເມື່ອວັນທີ 5 ມິຖຸນາ ທີ່ຜ່ານມາ ໂຮງໝໍແຫ່ງໜຶ່ງໃນເມືອງກູວາຮາຕິ ລັດອັສສຳ ປະເທດອິນເດຍ ເປີດເຜີຍວ່າ ຜູ້ປ່ວຍຊາຍ ອາຍຸ 30 ປີລາຍໜຶ່ງ ເດີນທາງເຂົ້າມາຮັບການຮັກສາປິ່ນປົວເນື່ອງຈາກຜູ້ກ່ຽວມີອາການເຈັບທ້ອງຢ່າງຮຸນແຮງ ເບື້ອງຕົນໄດ້ຕົວະແພດວ່າຫຼົງກີນສາຍສາກໂທລະສັບເຂົ້າໄປໃນປາກ ທາງທີມແພດຈຶ່ງເລັ່ງດຳເນີນການຜ່າຕັດ.

ທີມແພດເລັ່ງໃຫ້ການຊ່ວຍເຫຼືອຜ່າຕັດນຳສາຍສາກໂທລະສັບອອກມາຈາກກະເພາະປັດສະວະຂອງຄົນເຈັບ ໂດຍພົບວ່າສາຍສາກມີຄວາມຍາວປະມານ 60 cm ການຜ່າຕັດສຳເລັດໄປດ້ວຍດີ ຂະນະທີ່ຄົນເຈັບມີອາການເລີ່ມຟື້ນຕົວແລ້ວ.

ດຣ. ວັລລີອູລ ແພດຜ່າຕັດກ່າວວ່າ ຄົນເຈັບລາຍນີ້ເບື້ອງຕົ້ນໄດ້ຕົວະວ່າເຂົາກືນສາຍສາກເຂົ້າທາງປາກ ເຊິ່ງຄວາມຈິງແລ້ວ ເຂົາສອດມັນເຂົ້າໄປທາງທໍ່ປັດສະວະເພື່ອສຳເລັດກິດທາງເພດ ແຕ່ຄັ້ງນີ້ເກີດຄວາມຜິດພາດ ສາຍຊາຣ໌ຫຼຸດເຂົ້າໄປໃນກະເພາະປັດສະວະ ຜ່ານໄປດົນເຖິງ 5 ວັນ ເຂົາຈຶ່ງຕັດສິນໃຈມາພົບແພດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...