Homeຂ່າວທ້ອງຖິ່ນທຸກຄົນທີ່ເຂົ້າມາລາວຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ

ທຸກຄົນທີ່ເຂົ້າມາລາວຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ

Published on

ໜັງສືພິມວຽງຈັນທາມ ລາຍງານ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ ເຖິງແມ່ນວ່າຢູ່ ສປປ ລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ແຕ່ໃນຕໍ່ໜ້າ ທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າ ຊຶ່ງການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼື ສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ.

ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ໃນຕໍ່ໜ້າວ່າ: ຫຼາຍປະເທດຍັງມີການແຜ່ລະບາດຄືນໃໝ່ຂອງພະຍາດດັ່ງກ່າວ, ບາງປະເທດມີການແຜ່ລະບາດຄືນໃໝ່ ເຖິງ 3-4 ເທື່ອແລ້ວກໍ່ມີ. ດັ່ງນັ້ນ, ມາດຕະການປ້ອງກັນພະຍາດດັ່ງກ່າວໃນຕໍ່ໜ້າ ທາງລັດຖະບານ ໂດຍສະເພາະກະຊວງສາທາລະນະສຸກ ຍັງຕ້ອງໄດ້ເຮັດວຽກໜັກຄືເກົ່າເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ລາວເປັນເທື່ອທີ 2.

ທ່ານ ຮສ ດຣ. ບຸນກອງ ໄດ້ກ່າວຕື່ມວ່າ: ໃນອະນາຄົດ ມາດຕະການທີ່ສໍາຄັນທີ່ສຸດທີ່ຕ້ອງໄດ້ເຮັດ ຫຼື ວຽກການເຝົ້າລະວັງພະຍາດນີ້ ການເຝົ້າລະວັງຄົນທີ່ກັບມາແຕ່ຕ່າງປະເທດ ຖືວ່າແມ່ນສໍາຄັນຫຼາຍຕ້ອງເຂັ້ມງວດສຸດໆ ໂດຍສະເພາະມາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ນອກນັ້ນທຸກໆແຂວງຕ້ອງມີສູນກັກກັນໂດຍສະເພາະແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ, ທຸກຄົນທີ່ເຂົ້າມາຕ້ອງໄດ້ກວດ ແລະ ຕ້ອງກັກກັນໄວ້ກ່ອນ ນອກນັ້ນຕ້ອງປະຕິບັດລະບຽບການ ເຊັ່ນ: ທຸກຄົນຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ, ຕ້ອງໄດ້ກວດພະຍາດໂຄວິດ, ຕ້ອງບອກທີ່ພັກເພື່ອໃຫ້ສະດວກແກ່ທີມງານແພດໝໍໃນແຕ່ລະແຂວງໃນການຕິດຕາມ.

ສະເພາະປະຊາຊົນລາວ ທ່ານໄດ້ກ່າວເຕືອນວ່າ: ຕ້ອງມີຄວາມຕື່ນຕົວ ຫຼື ຕ້ອງຫັນປ່ຽນຊີວິດໃໝ່ ເພື່ອຕ້ານພະຍາດນີ້ ໂດຍສະເພາະໝັ່ນລ້າງມືໃຫ້ສະອາດດ້ວຍເຈວລ້າງມື, ສະບູ, ເຫຼົ້າທີ່ສາມາດຂ້າເຊື້ອ, ຢູ່ຫ່າງກັນຢ່າງໜ້ອຍ 1 ແມັດ, ໄປບ່ອນຊຸມຊົນທີ່ມີຄົນຫຼາຍຕ້ອງໃສ່ຜ້າອັດປາກ-ດັງ  ໂດຍສະເພາະຜູ້ທີ່ເປັນຫວັດ ໄອ-ຈາມ ຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...