spot_img
Homeຂ່າວຕ່າງປະເທດອາເມລິກາກຽມກວດສອບການເກັບພາສີບໍລິການດິຈິຕອລກັບ 10 ປະເທດຄູ່ຄ້າ

ອາເມລິກາກຽມກວດສອບການເກັບພາສີບໍລິການດິຈິຕອລກັບ 10 ປະເທດຄູ່ຄ້າ

Published on

ເວັບໄຊ bangkokbiznews ລາຍງານໃຫ້ຮູ້ວ່າ ທ່ານ ໂຣເບີດ ໄລໄຮເຊີ ຜູ້ແທນການຄ້າອາເມລິກາ (USTR) ປະກາດວ່າ ອາເມລິກາເລີ່ມກວດສອບການຮຽກເກັບພາສີການບໍລິການດິຈິຕອລທີ່ກຳລັງພິຈາລະນາ 10 ປະເທດຄູ່ຄ້າຂອງອາເມລິກາ ໂດຍອາເມລິກາຈະເຮັດການກວດສອບດັ່ງກ່າວພາຍໃຕ້ກົດໝາຍມາດຕາ 301.

ການກວດສອບດັ່ງກ່າວແມ່ນຈະກວດສອບວ່າ ປະເທດຄູ່ຄ້າໄດ້ມີການເກັບພາສີການບໍລິການດິຈິຕອລ ເຂົ້າຂ່າຍເລືອກປະຕິບັດຕໍ່ບໍລິສັດເທັກໂນໂລຍີຂອງອາເມລິກາ ເຊັ່ນ: ແອັບເປີນ ອິງ ແລະ ກູເກີລ ຫຼື ບໍ່ ໂດຍອາເມລິກາຈະດຳເນີນການກວດສອບພາຍໃຕ້ກົດໝາຍມາດຕາ 301 ເຊິ່ງເປັນມາດຕາດຽວກັບທີ່ຄະນະເຮັດວຽກຂອງປະທານາທິບໍດີ ທຣໍ້າ ເຄີຍນຳມາໃຊ້ເພື່ອກວດສອບພຶດຕິກຳການຄ້າທີ່ບໍ່ຍຸດຕິທຳຂອງຈີນ ຈົນເຮັດໃຫ້ອາເມລິກາໄດ້ຕັດສິນໃຈຮຽກເກັບພາສີສິນຄ້ານຳເຂົ້າຈາກຈີນໃນເວລາຕໍ່ມາ.

ທັງນີ້, ກົດໝາຍມາດຕາ 301 ຂອງອາເມລິກາເຊິ່ງໄດ້ມີການປັບເນື້ອຫາກົດໝາຍດ້ານການຄ້າໃນປີ 1974 ອະນຸຍາດໃຫ້ປະທານາທິບໍດີສະຫະລັດອາເມລິກາສາມາດສັ່ງການໃຫ້ຮຽກເກັບພາສີນຳເຂົ້າ ຫຼື ໃຊ້ມາດຕະການທີ່ເຂັ້ມງວດດ້ານການຄ້າຕໍ່ປະເທດອື່ນໆໄດ້. ຫຼາຍປະເທດທົ່ວໂລກໄດ້ສະແດງຄວາມກັງວົນວ່າ ການໃຊ້ມາດຕາ 301 ຂອງອາເມລິກາອາດຂັດຕໍ່ກົດລະບຽບຂອງອົງການການຄ້າໂລກ ແລະ ສ້າງຄວາມເສຍຫາຍຕໍ່ລະບົບການຄ້າຫຼາຍຝ່າຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...