Homeຂ່າວຕ່າງປະເທດອາເມລິກາກຽມສົ່ງກຳລັງທະຫານເຂົ້າຄວບຄຸມກຸ່ມຜູ້ປະທ້ວງ

ອາເມລິກາກຽມສົ່ງກຳລັງທະຫານເຂົ້າຄວບຄຸມກຸ່ມຜູ້ປະທ້ວງ

Published on

ກາຍປະເດັນໃຫຍ່ ແລະ ຮ້ອນແຮງທີ່ສຸດຂອງອາເມລິກາໃນເວລານີ້ ສຳລັບການປະທ້ວງຫຼັງຈາກທີ່ ທ້າວ ຈໍ ຟລອຍ ຊາຍຜິວສີທີ່ຖືກຕຳຫຼວດທຳຮ້າຍຮ່າງກາຍດ້ວຍຄວາມຮຸນແຮງຈົນເຮັດໃຫ້ລາວເສຍຊີວິດ ເຊິ່ງມັນນຳມາສູ່ການປະທ້ວງ ແລະ ກໍ່ເຫດຈາລະຈົນທົ່ວອາເມລິກາ ເພື່ອຮຽກຮ້ອງໃຫ້ມີການຈັບກຸມຕົວຕຳຫຼວດທີ່ກ່ຽວຂ້ອງ. ປັດຈຸບັນ, ທາງຕົ້ນສັງກັດໄດ້ປົດເຈົ້າໜ້າທີ່ຕຳຫຼວດອອກຈາກໜ້າທີ່ແລ້ວ 4 ຄົນ ກ່ອນທີ່ຈະມີການຕັ້ງຂໍ້ຫາຂ້າຄົນຕາຍກັບທ້າວ ເດເຣກ ໂຊວິນ ອະດີດຕຳຫຼວດທີ່ເປັນຜູ້ກໍ່ເຫດ.

ເວັບໄຊຂ່າວ bangkokbiznews ລາຍງານ ສະຖານະການປະທ້ວງໃນອາເມລິກາພວມເຄັ່ງຕຶງ. ຫຼ້າສຸດ, ທ່ານ ໂດນັລ ທຣໍ້າ ກ່າວຈະສົ່ງທະຫານເຂົ້າຈັດການກຸ່ມຜູ້ປະທ້ວງການເສຍຊີວິດຂອງ “ຈໍ ຟລອຍ” ທີ່ກາຍເປັນການຈາລະຈົນທຳຮ້າຍເຄື່ອງຂອງ ແລະ ປຸ້ນຮ້ານຄ້າ ທີ່ລັດນິວຢອກປະກາດພາວະສຸກເສີນຫຼັງເກີດເຫດການປະທ້ວງ.

ປະທານາທິບໍດີ ໂດນັລ ທຣໍ້າ ຖະແຫຼງການທີ່ທຳນຽບຂາວເມື່ອວັນທີ 1 ມິຖຸນາ ທີ່ຜ່ານມາວ່າ ຫາກລັດ ແລະ ເມືອງຕ່າງໆ ບໍ່ສາມາດຄວບຄຸມການປະທ້ວງທີ່ກຳລັງບານປາຍໄດ້ ກໍ່ຈະສັ່ງໃຫ້ກອງກຳລັງທະຫານອາເມລິກາເຂົ້າຈັດການທັນທີ.

ຜູ້ນຳອາເມລິກາກ່າວຢໍ້າວ່າ ເຈົ້າເມືອງ ແລະ ຜູ້ວ່າການລັດຕ້ອງເຮັດໜ້າທີ່ຢ່າງໜັກຈົນກວ່າເຫດການນີ້ສະຫງົບລົງ ຫາກເມືອງ ຫຼື ລັດໃດປະຕິເສດທີ່ຈະດຳເນີນມາດຕະການທີ່ຈຳເປັນຕໍ່ການປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ອາດຈະຕ້ອງມີການລະດົມກອງທັບອາເມລິກາເຂົ້າປະຈຳການໃນພື້ນທີ່ ແລະ ແກ້ບັນຫານີ້ຢ່າງຮີບດ່ວນ.

ໃນ 15 ລັດ ແລະ ນະຄອນວໍຊິງຕັນຂອງສະຫະລັດອາເມລິກາ ສັ່ງໜ່ວຍກອງກຳລັງພິທັກຊາດເຂົ້າປະຈຳການ ເພື່ອຄວບຄຸມສະຖານະການປະທ້ວງທີ່ມີຕົ້ນຕໍຈາກການເສຍຊີວິດດ້ວຍນໍ້າມືຂອງຊາຍຜິວສີຊື່ ຈໍ ຟລອຍ.

ໃນຄຳຖະແຫຼງການຮ່ວມຂອງເຈົ້າເມືອງ ແລະ ຜູ້ວ່າການລັດນິວຢອກລະບຸວ່າ ຈະມີການເພີ່ມກຳລັງຕຳຫຼວດເຂົາປະຈຳການໃນເມືອງແຫ່ງນີ້ເປັນ 2 ເທົ່າ ເພື່ອຊ່ວຍປ້ອງກັນຄວາມຮຸນແຮງ ແລະ ຄວາມເສຍຫາຍທາງຊັບສິນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...