spot_img
Homeຂ່າວຕ່າງປະເທດສະພາປະຊາຊົນຈີນຕົກລົງ ເຫັນດີໃນກົດໝາຍຄວາມໝັ້ນຄົງໃໝ່ສຳລັບຮົງກົງ

ສະພາປະຊາຊົນຈີນຕົກລົງ ເຫັນດີໃນກົດໝາຍຄວາມໝັ້ນຄົງໃໝ່ສຳລັບຮົງກົງ

Published on

ເວັບໄຊ bangkokbiznews ລາຍງານເມື່ອວັນທີ 28 ພຶດສະພາ ວ່າ ສະພາປະຊາຊົນຈີນຕົກລົງ ເຫັນດີໃນກົດໝາຍຄວາມໝັ້ນຄົງໃໝ່ສຳລັບຮົງກົງ ທີ່ກຳນົດໃຫ້ຜູ້ກະທຳການບັ່ນທອນອຳນາດລັດຖະບານຈີນ ໃນດິນແດນຮົງກົງ ຖືເປັນການກໍ່ອາຊະຍາກຳ ອີກທັງຍັງໃຫ້ອຳນາດລັດຖະບານກາງເຂົ້າໄປຕັ້ງໜ່ວຍງານຄວາມໝັ້ນຄົງໃນຮົງກົງໄດ້ເປັນຄັ້ງທຳອິດ.

ຫຼັງຈາກຮ່າງກົດໝາຍນີ້ຜ່ານສະພາແລ້ວ ຈະຖືກສົ່ງໄປທີ່ຄະນະກຳມະທິການຖາວອນພັກຄອມມູນິດ ແລະ ຈະບັງຄັບໃຊ້ເປັນກົດໝາຍພາຍໃນເດືອນ ສິງຫານີ້.

ກົດໝາຍສະບັບໃໝ່ລະບຸໃຫ້ການກະທຳຕໍ່ໄປນີ້ຖືເປັນຄວາມຜິດທາງອາຍາ ໄດ້ແກ່: ການແບ່ງແຍກຮົງກົງອອກຈາກຈີນ, ການໂຄ່ນລົ້ມລັດຖະບານຈີນ ແລະ ການກໍ່ການຮ້າຍ ໃຊ້ຄວາມຮຸນແຮງ ຫຼື ກອງກຳລັງພາຍນອກຄຸກຄາມກິດຈະກຳປະຊາຊົນ ອັນເປັນແຊກແຊງກິດຈະການພາຍໃນຮົງກົງ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...