Homeຂ່າວທ້ອງຖິ່ນແຮງງານລາວ 200 ກວ່າຄົນ ລວມຕົວກັນຢູ່ເຂດຂົວມິດຕະພາບລາວ-ໄທ 1 ລໍຖ້າກັບບ້ານ

ແຮງງານລາວ 200 ກວ່າຄົນ ລວມຕົວກັນຢູ່ເຂດຂົວມິດຕະພາບລາວ-ໄທ 1 ລໍຖ້າກັບບ້ານ

Published on

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ສປປ ລາວ ໄດ້ມີຫຼາຍມາດຕະການເຂັ້ມງວດໃນການຄວບຄຸມພະບາດດັ່ງກ່າວ ເຊິ່ງໜຶ່ງໃນນັ້ນແມ່ນການປິດດ່ານຈໍາກັດຄົນເຂົ້າ-ອອກ ແຕ່ກໍ່ຍັງມີນະໂຍບາຍແກ່ແຮງງານລາວຢູ່ຕ່າງປະເທດໃຫ້ສາມາດກັບເຂົ້າມາລາວໄດ້ຢູ່.

ຕາມການລາຍງານຈາກເພຈຂ່າວອີຈັນ ຂອງປະເທດໄທໃຫ້ຮູ້ວ່າ ຕອນເຊົ້າວັນທີ 7 ພຶດສະພາ 2020 ເວລາ 9:00 ໂມງ ບໍລິເວນຂ້າງເສັ້ນທາງ ແລະ ລານອາຄານການຄ້າຂົວມິດຕະພາບລາວ-ໄທ 1 ຈັງຫວັດໜອງຄາຍ ເຈົ້າໜ້າທີ່ສຳນັກງານສາທາລະນະສຸກຈັງຫວັດ ແລະ ສິ່ງແວດລ້ອມເທດສະບານເມືອງໜອງຄາຍ ໄດ້ຮ່ວມກັນກວດຄັດກອງ ແລະ ເຮັດບັນທຶກປະຫວັດແຮງງານລາວຈຳນວນ 250 ຄົນທີ່ລໍຖ້າຂ້າມແດນກັບປະເທດ.

ແນວໃດກໍ່ດີ, ທາງເຈົ້າໜ້າທີ່ ສປປ ລາວ ເມື່ອໄດ້ຮັບຂ່າວກໍ່ໄດ້ປະສານງານໄປຍັງເຈົ້າໜ້າທີ່ໄທ ເພື່ອກວດສອບຫາຄວາມເປັນຈີງ ແລະຂໍໃຫ້ຝ່າຍໄທສົ່ງຂໍ້ມູນໃຫ້ ເພື່ອຈະໄດ້ນຳສະເໜີຕໍ່ຂັ້ນເທິງໄດ້ພິຈາລະນາແກ້ໄຂຕໍ່ໄປ.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...