Homeຂ່າວທ້ອງຖິ່ນຄາດຄະເນສະພາບອາກາດປະຈຳ 3 ເດືອນຕໍ່ໜ້າ! ຝົນຈະຕົກໜ້ອຍຫຼຸດເກນປົກກະຕິ

ຄາດຄະເນສະພາບອາກາດປະຈຳ 3 ເດືອນຕໍ່ໜ້າ! ຝົນຈະຕົກໜ້ອຍຫຼຸດເກນປົກກະຕິ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳ 3 ເດືອນຕໍ່ໜ້າ (ພຶດສະພາ, ມິຖຸນາ, ກໍລະກົດ) 2020 ວ່າ: ຕະຫຼອດໄລຍະ ເດືອນ ເມສາ 2020 ອຸນຫະພູມສະພາບຂອງອຸນຫະພູມໜ້ານໍ້າທະເລຢູ່ເຂດມະຫາສະໝຸດປາຊີຟິກ ໄດ້ຮ້ອນສູງກວ່າເກນປົກກະຕິໃນລະດັບອ່ອນ ເຊິ່ງໄດ້ເຮັດໃຫ້ດັດສະນີການປ່ຽນແປງຂອງ NINO3.4 ຍັງມີຄ່າບວກ (ໃຫຍ່ກວ່າສູນ) ໃນອັດຕາທີ່ມີລະດັບອ່ອນ, ຄາດຄະເນໃນໄລຍະເດືອນ ພຶດສະພາ-ກໍລະກົດ 2020 ສະພາວະຂອງ ENSO ຈະຢູ່ໃນສະພາວະເປັນກາງ (Neutral) ທີ່ມີຄວາມເປັນໄປໄດ້ 70-80% ເຊິ່ງຈະເຮັດໃຫ້ສະພາບອາກາດໃນໄລຍະເດືອນພຶດສະພາ-ມິຖຸນາ-ກໍລະກົດ 2020 ຢູ່ໃນ ສປປ ລາວ ມີການປ່ຽນແປງດັ່ງນີ້:

ສະພາບອາກາດໃນເດືອນ ພຶດສະພາ 2020: ໄລຍະຕົ້ນເດືອນ ພຶດສະພາ ບໍລິເວນຄວາມກົດດັນຂອງອາກາດຮ້ອນຈະປົກຄຸມ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ, ໄລຍະກາງເດືອນ ຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວດ້ວຍກຳລັງອ່ອນ ພ້ອມດຽວກັນບໍລິເວນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງຈະປົກຄຸມເຂດທະເລອັນດາມັນ ແລະ ໄດ້ມີກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກໃຕ້ ແລະ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ, ຈົນມາຮອດໄລຍະທ້າຍເດືອນພຶດສະພາ 2020, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນແຕ່ລະພາກ ເຊິ່ງຈະເປັນໄລຍະເລີ່ມຕົ້ນລະດູຝົນປະຈຳປີ 2020. ຄາດຄະເນປະລິມານນໍ້າຝົນໃນເດືອນ ພຶດສະພາ 2020 ຈະມີຝົນຫຼຸດເກນປົກກະຕິເປັນສ່ວນຫຼາຍ.

ສະພາບອາກາດໃນເດືອນ ມິຖຸນາ 2020: ໃນໄລຍະຕົ້ນເດືອນ ມິຖຸນາ ສົມທົບກັບກະແສລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ, ຈາກນັ້ນໄລຍະກາງ ຫາ ທ້າຍເດືອນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ, ຄາດຄະເນປະລິມານນໍ້າຝົນ ໃນເດືອນ ມິຖຸນາ 2020 ຈະມີຝົນຫຼຸດເກນປົກກະຕິ ເປັນສ່ວນຫຼາຍ.

ສະພາບອາກາດໃນເດືອນກໍລະກົດ 2020: ໃນໄລຍະຕົ້ນຫາກາງເດືອນກໍລະກົດ ຮ່ອງຄວາມກົດດັນອາກາດຕໍ່າຈະສືບຕໍ່ພັດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນ ທີ່ຈະເຄື່ອນທີ່ຜ່ານພາກເໜືອຂອງປະເທດ ຟິລິບປິນ ແລະ ເຂດທະເລຈີນໃຕ້ຕອນເທິງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ. ຈາກນັ້ນ, ໄລຍະກາງ ຫາ ທ້າຍເດືອນ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກໍາລັງລົງ ເຊິ່ງຈະເຮັດໃຫ້ມີຝົນຕົກຫຼຸດລົງໃນແຕ່ລະພາກ ແລະ ມີບາງທ້ອງຖິ່ນອາດຈະມີຝົນຂາດຊ່ວງ. ຄາດຄະເນປະລິມານນໍ້າຝົນ ໃນເດືອນ ກໍລະກົດ 2020 ຈະມີຝົນຫຼຸດເກນປົກກະຕິ ເປັນສ່ວນຫຼາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...