Homeຂ່າວພາຍ​ໃນລັດຍັງ​ບໍ່​ອະນຸຍາດ​ໃຫ້​ຫຼິ້ນ​ກີລາ​ທຸກ​ປະເພດ​ທີ່​ມີ​ນັກກີລາ ແລະ ຜູ້​ຊົມ​ຫຼາຍ​ຄົນ

ລັດຍັງ​ບໍ່​ອະນຸຍາດ​ໃຫ້​ຫຼິ້ນ​ກີລາ​ທຸກ​ປະເພດ​ທີ່​ມີ​ນັກກີລາ ແລະ ຜູ້​ຊົມ​ຫຼາຍ​ຄົນ

Published on

ໜັງສືພິມວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ ເນື່ອງ​ຈາກ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ພວມ​ເປັນ​ໄພ​ຄຸກ​ຄາມ​ໃນ​ທຸກ​ປະເທດ​ທົ່ວ​ໂລກ​ດ້ວຍ​ຈັງຫວະ​ໄວ ແລະ ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ທຸກ​ວັນ​ອັນ​ໄດ້​ຂ້າ​ຊີວິດ​ຄົນ​ໄປ​ແລ້ວ​ເປັນ​ຫຼາຍ​ແສນ ແລະ ມີ​ຜູ້​ຕິດເຊື້ອ​ຈຳນວນ​ຫຼາຍ​ລ້ານ​ຄົນ ແລະ ກຳລັງ​ເພີ່ມ​ຂຶ້ນ​ເລື້ອຍໆ ສະນັ້ນ​ເພື່ອ​ສືບຕໍ່​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ສະກັດ​ກັ້ນ ແລະ ຄຸບ​ຄຸມ ເພື່ອ​ຮັບ​ມື​ກັບ​ການ​ລະບາດ​ຂອງ​ພະຍາດ​ຮອບ​ໃໝ່ ລັດຖະບານ​ຈຶ່ງ​ໄດ້​ຕົກລົງ ແລະ ຊີ້​ນຳ​ການຈັດຕັ້ງ​ປະຕິບັດ​ມາດ​ຕະການ​ຕ່າງໆ ໃນ​ນີ້​ສະເພາະ​ວຽກ​ງານ​ກີລາ​ຍັງ​ບໍ່​ອະນຸຍາດ​ໃຫ້​ຫຼິ້ນ​ກີລາ​ທຸກ​ປະເພດ​ທີ່​ມີ​ນັກກີລາ ແລະ ຜູ້​ຊົມ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 10 ຄົນ.

ສະເພາະ​ວຽກ​ງານ​ການ​ສຶກ​ສາ​ໃຫ້​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກະກຽມ​ເປີດ​ການ​ຮຽນ​ການ​ສອນ​ຄືນ​ໃນ​ຊັ້ນ​ປະຖົມ​ສຶກ​ສາ​ປີ​ທີ 5 ມັດທະຍົມ​ສຶກ​ສາ​ປີ​ທີ 4  ແລະ ມັດທະຍົມ​ສຶກ​ສາ​ປີ​ທີ 7 ແລະ ໂຮງຮຽນ​ໃນ​ຂົງເຂດ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້​ເລີ່ມ​ແຕ່​ວັນ​ທີ 18 ພຶດສະພາ 2020 ໂດຍ​ຮັກສາ​ໄລຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ ສະອາດ​ໃສ່​ສະບູ ຫຼື ເຈວ​ລ້າງ​ມື​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ວັດແທກ​ອຸມ​ຫະ​ພູມ ແລະ ອະນາໄມ​ສະຖານທີ່​ຕາມ​ຄຳ​ແນະນຳ​ຂອງ​ຄະນະ​ສະເພາະ​ກິດ​ວາງ​ອອກ.

ສ່ວນ​ຊັ້ນ​ຮຽນ ມະຫາວິທະຍາໄລ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ລະດັບ​ອື່ນໆ ນອກຈາກ​ທີ່​ກຳນົດ​ໄວ້​ນີ້​ໃຫ້​ສືບຕໍ່​ປິດ​ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ເພີ່ມ​ຕື່ມ​ພາຍຫຼັງ ດ້ານ​ວຽກ​ງານ​ກີລາ​ອະນຸຍາດ​ໃຫ້​ອອກກຳລັງ ຫຼື ຫຼິ້ນ​ກີລາ​ກາງແຈ້ງ​ທີ່​ບໍ່​ເປັນ​ທີມ​ໃກ້ຊິດ​ກັນ​ເຊັ່ນ:  ອອກກຳລັງ​ກາຍ (ຍ່າງ-ແລ່ນ) ຂີ່​ລົດຖີບ ເຕັ້ນ​ແອ​ໂຣ​ບິກ ແລະ ​ກ໊ອຟ ແຕ່​ຕ້ອງ​ປະຕິບັດ​ໄລຍະ​ຫ່າງ ແລະ ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ການ​ຕິດເຊື້ອ.

ຢ່າງໃດ​ກໍ​ຕາມ​ຄຽງ​ຄູ່​ກັບ​ມາດ​ຕະການ​ຜ່ອນຜັນ​ດັ່ງກ່າວ​ນັ້ນ ລັດຖະບານ​ຍັງ​ເຫັນ​ດີ​ໃຫ້​ສືບຕໍ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ບາງ​ມາດ​ຕະການ​ໃນ​ນີ້​ໃນ​ຂົງເຂດ​ວຽກ​ງານ​ກີລາ-ກາຍ​ຍະ ຍັງ​ບໍ່​ອະນຸຍາດ​ໃຫ້​ເປີດ​ສະຖານທີ່​ອອກກຳລັງ-ຫຼິ້ນ​ກີລາ​ໃນ​ຮົ່ມ ກີລາ​ກາງແຈ້ງ​ເປັນ​ທີມ​ທີ່​ມີ​ການ​ໃຊ້​ສິດ​ກັນ​ເຊັ່ນ: ກີລາ​ເຕະບານ​ບານບ້ວງ​ບານສົ່ງ ຍ່າງ​ມາ​ຣາ​ທອນ ຕີມວຍ ຕີໄກ່ ເປ​ຕັງ ແລະ ການ​ແຂ່ງຂັນ​ກີລາ​ທຸກ​ປະເພດ ທີ່​ມີ​ຜູ້​ຊົມ ແລະ ນັກກີລາ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 10 ຄົນ ແລະ ບໍ່​ສາມາດ​ຮັກສາ​ໄລຍະ​ຫ່າງ​ເກີນ 1 ແມັດ​ໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...