Homeຂ່າວທ້ອງຖິ່ນຫຼາຍພາກສ່ວນສົມທົບທຶນ ເພື່ອສ້ອມແປງເສັ້ນທາງທີ່ເປ່ເພຢູ່ ນ.ວ

ຫຼາຍພາກສ່ວນສົມທົບທຶນ ເພື່ອສ້ອມແປງເສັ້ນທາງທີ່ເປ່ເພຢູ່ ນ.ວ

Published on

20141013160201

 

ໂດຍ​ອີງ​ຕາມ​ແຜນການ​ລະດົມ​ທຶນ ​ເພື່ອ​ປັບປຸງ​ສ້ອມແປງ​ເສັ້ນທາງ​ທີ່​ເປ່​ເພ ແລະ ເສຍ​ຫາຍຈາກ​ສະພາບ​ນ້ຳ​ອັ່ງ​ຂັງ​

ຢູ່​ນະຄອນຫຼວງ​ວຽງ​ຈັນ ໃນ​ລະດູຝົນ​ທີ່​ຜ່ານມາ ເຈົ້າ​ຄອງ​ນະຄອນຫຼວງ ໄດ້ແຈ້ງ​ໄປ​ຍັງ​ທຸກ​ພາກສ່ວນ​ໃນ​ສັງຄົມ ​ທັງ​

ພາກ​ລັດ ແລະ ເອກະ​ຊົນ ລວມ​ທັງ​ປະຊາຊົນ​ຊາວ​ນະຄອນຫຼວງ​ທຸກ​ຊັ້ນ​ຄົນ ເພື່ອ​ເຂົ້າ​ຮ່ວມ​ປະກອບ​ສ່ວນ​ຊ່ວຍເຫຼືອ​

ສັງຄົມ​ໃນການ​ບູລະນະ ແລະ ສ້ອມແປງເສັ້ນທາງ​ດ້ວຍ 2 ຮູບ​ແບບຄື: ຈັດການ​ແຂ່ງຂັນ​ກີລາ​ກ໊ອບ​ຊິງຂັນ​ນາຍົກ

ລັດຖະມົນຕີ ເຊິ່ງ​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 11 ຕຸລາ 2014 ທີ່​ຜ່ານ​ມາ​ຢູ່​ທີ່​ສະໜາມ​ກ໊ອບ​ລອງແທງ ນະຄອນຫຼວງ ແລະ

ຮັບການ​ປະກອບສ່ວນ​ຊຸກຍູ້​ຈາກພາກສ່ວນ​ກົມ​ກອງ ແລະ ບຸກຄົນທີ່​ໃຈ​ບຸນ​ທີ່​ຢາກ​ປະກອບສ່ວນຊ່ວຍເຫຼືອ​ສັງຄົມ.

 

ໃນ​ຕອນ​ບ່າຍ​ວັນ​ທີ 13 ຕຸລາ 2014 ທີ່​ຜ່ານ​ມາ ຢູ່​ທີ່​ຫ້ອງ​ວ່າການ​ປົກຄອງນະຄອນຫຼວງ​ວຽງຈັນ ທ່ານ ​​ດຣ. ສົມບູນ

ມະໂນ​ລົມ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດຖື​ຮຸ້ນ​ລາວ ໄດ້​ມອບ​ເງິນຈຳນວນ 20 ລ້ານ​ກີບ ແລະ ຄະນະ​ອຳນວຍ​ການ​

ທະນາຄານ​ການ​ຄ້າຕ່າງປະເທດ ​ໄດ້​ມອບ​ເງິນຈຳນວນ 5 ລ້ານ​ກີບ ເພື່ອ​ປະກອບສ່ວນ​ສົມທົບ​ທຶນ​ປັບປຸງ​ສ້ອມແປງ

ເສັ້ນທາງ​ທີ່​ເປ່​ເພ ແລະ ເສຍ​ຫາຍຈາກ​ສະພາບ​ນ້ຳ​ໃນ​ລະດູຝົນ​ທີ່ຜ່ານ​ມາ ເປັນ​ກຽດ​ກ່າວ​ຮັບ​ເງິນຈຳນວນ​ດັ່ງກ່າວ​ນີ້

ໂດຍ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າຄອງ​ນະຄອນຫຼວງ.

 

ໃນ​ໂອກາດ​ດຽວ​ກັນ​ນີ້ ​ທ່ານຮອງ​ເຈົ້າ​ຄອງ​ນະຄອນຫຼວງ ​ກໍ່​ໄດ້ສະແດງ​ຄວາມ​ຂອບໃຈ​ ຕໍ່​ຜູ້​ອຳນວຍ​ການ​ລັດ​ວິ​ສາ​ຫະ​

ກິດ​ຖື​ຮຸ້ນລາວ ແລະ ຄະນະ​ອຳນວຍ​ການທະນາຄານ​ການ​ຄ້າ​ຕ່າງປະເທດ ທີ່​ໃຫ້​ກຽດ ແລະ ສະຫຼະ​ທຶນຮອນ ເພື່ອ​ປະ

ກອບສ່ວນ​ເຂົ້າ​ໃນ​ການພັດທະນາ​ປະເທດ​ຊາດ​ໃນ​ຄັ້ງ​ນີ້.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...