spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດເມປີ້ນຢູ່ແຂວງເຊກອງຍ້ອນຂັບຂີ່ປະໝາດ!

ລົດເມປີ້ນຢູ່ແຂວງເຊກອງຍ້ອນຂັບຂີ່ປະໝາດ!

Published on

bus

 

ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ມີລົດໂດຍສານໝາຍເລກ ທະບຽນ ບກ 0064​

ກຳແພງນະຄອນ ພິກປີ້ນລົງຂ້າງທາງ ເລກ 13 ໃຕ້ໃນເຂດບ້ານຫ້ວຍລຳພັນ ແຂວງເຊກອງ ເມື່ອຕົ້ນອາທິດນີ້, ເຮັດ

ໃຫ້ມີຜູ້ໂດຍສານ ໄດ້ຮັບບາດເຈັບ 10 ກວ່າຄົນນັ້ນ ຍ້ອນຄວາມປະໝາດຂອງຜູ້ຂັບຂີ່, ເຊິ່ງລົດເມຄັນດັ່ງກ່າວແລ່ນ

ມາແຕ່ແຂວງເຊກອງ ເພື່ອມຸ່ງໜ້າມານະຄອນຫລວງວຽງຈັນ, ພໍມາຮອດຈຸດເກີດເຫດເສັ້ນທາງມີລັກສະນະເປັນ

ໂຄ້ງຄ້ອຍຊັນ ບວກກັບຂັບຂີ່ດ້ວຍຄວາມໄວສູງ ເຮັດໃຫ້ບໍ່ສາມາດຄວບຄຸມລົດໄວ້ໄດ້ ຈຶ່ງເສຍຫລັກເຈືອກປີ້ນລົງຂ້າງ

ທາງຢ່າງແຮງ ແຕ່ໂຊກບໍ່ມີຜູ້ເສຍຊີວິດ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ອຸປະຕິເຫດລົດເມປີ້ນເທື່ອນີ້ແມ່ນເປັນກໍລະນີທີສອງທີ່ເກີດຂຶ້ນໃນເດືອນນີ້ ເຊິ່ງກ່ອນໜ້ານີ້ຄື

ວັນທີ 6 ຕຸລາ ກໍແມ່ນເກີດອຸປະຕິເຫດລົດເມພິກປີ້ນລົງຂ້າງທາງ 13 ໃຕ້ໃນເຂດບ້ານຫີນສິວ ເມືອງຄົງເຊໂດນ ແຂວງ

ສາລະວັນ, ເຊິ່ງເຮັດໃຫ້ມີຜູ້ໂດຍສານໄດ້ຮັບບາດເຈັບສີບກວ່າຄົນເຊັ່ນກັນ.

 

ຂະນະທີ່ໃນອາທິດຜ່ານມາ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນແລ້ວ 60 ກວ່າກໍລະນີ, ມີຜູ້ເສຍຊີວິດ 10 ກວ່າຄົນ, ສາ

ເຫດຕົ້ນຕໍຍັງແມ່ນເກີດຈາກການຂັບຂີ່ແບບປະໝາດ ເຊັ່ນ : ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ດ້ວຍຄວາມໄວສູງ,

ລ່ວງປ້າຍຫ້າມ, ລ່ວງໄຟອຳນາດ ແລະ ອື່ນໆ ບວກກັບສະພາບເສັ້ນທາງໃນຕົວເມືອງ ແລະ ທ້ອງຖິ່ນເກີດສະພາບເປ່ເພ

ຊຸດໂຊມເປັນຂຸມເປັນບວກ ກໍແມ່ນສາເຫດໜຶ່ງພາໃຫ້ມີອຸປະຕິເຫດເພີ່ມຂຶ້ນ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະ

ໜົນຂັບຂີ່ຢ່າງມີສະຕິ, ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ

ຊັບສີນຂອງຕົນກໍຄືສວນລວມ ແລະ ເຮັດໃຫ້ສະພາບອຸປະຕິເຫດບົນທ້ອງຖະໜົນຫລຸດໜ້ອຍລົງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...