Homeຂ່າວທ້ອງຖິ່ນລັດນະໂຍບາຍຫຼຸດຄ່າບໍລິການຂົນສົ່ງ ແລະ ຄ່າບຳບັດຂີ້ເຫຍື້ອລົງ 50% ເປັນເວລາ 3 ເດືອນ

ລັດນະໂຍບາຍຫຼຸດຄ່າບໍລິການຂົນສົ່ງ ແລະ ຄ່າບຳບັດຂີ້ເຫຍື້ອລົງ 50% ເປັນເວລາ 3 ເດືອນ

Published on

ການລະບາດຂອງພະຍາດໂຄວິດ-19 ໃນສປປ ລາວ ໄດ້ສ້າງຜົນກະທົບຫຼາຍສົມຄວນ ໂດຍສະເພາະແມ່ນການສູນເສຍລາຍຮັບ ແຕ່ກັບມີລາຍຈ່າຍທີ່ຄົງທີ່ ແລະ ເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນຝືດເຄືອງ.

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ ອອກແຈ້ງການເມື່ອວັນທີ 24 ເມສາ ນີ້ ກ່ຽວກັບນະໂຍບາຍຫຼຸດຄ່າບໍລິການຂົນສົ່ງ ແລະ ຄ່າບຳບັດຂີ້ເຫຍື້ອຢູ່ສະໜາມຫຼັກ 32 ລົງ 50 ເປີເຊັນ ຂອງມູນຄ່າສັນຍາ ສຳລັບ 3 ເດືອນ ເຊິ່ງຈະເລີ່ມແຕ່ວັນທີ 1 ເມສາ ຫາ ວັນທີ 30 ມິຖຸນາ 2020.

ນະໂຍບາຍດັ່ງກ່າວແມ່ນສະເໜີ ໃນໂອກາດກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ ກະຊວງ ແຜນການ ແລະ ການລົງທຶນ ກ່ອນທີ່ຈະນໍາສະເໜີຢູ່ທີ່ກອງປະຊຸມປະຈໍາເດືອນຂອງລັດຖະບານສະໄໝສາມັນປະຈຳເດືອນເມສາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງໃນຕອນແລງ ຂອງວັນທີ 23 ເມສາ 2020ທີ່ຜ່ານມາ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...