spot_img
Homeຂ່າວທ້ອງຖິ່ນໄຟຟ້າ, ນໍ້າປາປາ ແລະ ຂີ້ເຫຍື້ອ ສະເໜີນະໂຍບາຍຕໍ່ລັດປັບຫຼຸດລາຄາໃຫ້ຜູ້ຊົມໃຊ້ເປັນເວລາ 3 ເດືອນ

ໄຟຟ້າ, ນໍ້າປາປາ ແລະ ຂີ້ເຫຍື້ອ ສະເໜີນະໂຍບາຍຕໍ່ລັດປັບຫຼຸດລາຄາໃຫ້ຜູ້ຊົມໃຊ້ເປັນເວລາ 3 ເດືອນ

Published on

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 21 ເມສາ ວ່າ ລັດວິສາຫະກິດນໍ້າປະປາ ໄດ້ສະເໜີນະໂຍບາຍຕໍ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອພິຈາລະນາຫຼຸດລາຄາໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນ 5% ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ນະໂຍບາຍດັ່ງກ່າວແມ່ນສະເໜີ ໃນໂອກາດກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ ກະຊວງ ແຜນການ ແລະ ການລົງທຶນ ກ່ອນທີ່ຈະນໍາສະເໜີຢູ່ທີ່ກອງປະຊຸມປະຈໍາເດືອນຂອງລັດຖະບານໃນວັນພະຫັດທີ່ຈະເຖິງນີ້.

ນອກຈາກນີ້ ລັດວິສາຫະກິດນໍ້າປະປາ ຍັງໄດ້ສະເໜີກະຊວງການເງິນ ບໍ່ໃຫ້ເກັບຄ່າອາກອນມູນຄ່າເພີ່ມ 10% ໃນໄລຍະ 3 ເດືອນ (ພຶດສະພາ, ມີຖຸນາ ແລະ ກໍລະກົດ 2020) ສໍາລັບຜູ້ຊົມໃຊ້ປະເພດຄົວເຮືອນ ແລະ ສະເໜີເພີ່ມໄລຍະການຊໍາລະຄ່ານໍ້າປະປາແຕ່ລະເດືອນ ຈາກ 2 ເດືອນມາເປັນ 3 ເດືອນ. ສໍາລັບພາກທຸລະກິດ ແມ່ນອະນຸຍາດໃຫ້ເພີ່ມໄລຍະການຊໍາລະອອກຈາກ 1 ເດືອນ ມາເປັນ 2 ເດືອນ ແລະ ສະເໜີຍົກເວັ້ນການເກັບອາກອນມູນຄ່າເພີ່ມ 10%.

ສໍາລັບຄ່າໄຟຟ້າ ແມ່ນຈະໃຫ້ປະຕິບັດໂຄງສ້າງໃໝ່ ທີ່ຈະເລີ່ມປະຕິບັດໃນເດືອນພຶດສະພາ 2020 ນີ້ເປັນຕົ້ນໄປ ໃນໂຄງສ້າງລາຄາໃໝ່ນີ້ຈະໄດ້ຫຼຸດອັດຕາຄິດໄລ່ຈາກ 6 ຂັ້ນມາເປັນ 2 ຂັ້ນ ເຮັດໃຫ້ຜູ້ຊົມໃຊ້ໃນແຕ່ລະປະເພດໄດ້ຮັບສ່ວນຫຼຸດ 2-35%, ພ້ອມທັງເລື່ອນເວລາຊໍາລະຄ່າໄຟຟ້າອອກຈາກ 7-15 ວັນມາເປັນ 7-45 ວັນ.

ສ່ວນຄ່າບໍລິການຄ່າເກັບຂີ້ເຫຍື້ອ ຂະແໜງການທີ່ກ່ຽວຂ້ອງກໍາລັງຄົ້ນຄວ້າພິຈາລະນາ ຫຼຸດຄ່າບໍລິການ ແລະ ຢຸດເກັບຄ່າບໍລິການຈອດລົດ ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດໂດຍໄວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...