spot_img
Homeຂ່າວທ້ອງຖິ່ນກົມອຸຕຸນິຍົມເຕືອນ! ວັນທີ 6-12 ເມສານີ້ທົ່ວທຸກພາກກຽມຮັບມືກັບຝົນຕົກພາຍຸລົມແຮງ

ກົມອຸຕຸນິຍົມເຕືອນ! ວັນທີ 6-12 ເມສານີ້ທົ່ວທຸກພາກກຽມຮັບມືກັບຝົນຕົກພາຍຸລົມແຮງ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 06-09 ເມສາ 2020 ວ່າ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະປົກຄຸມພາກເໜືອດ້ານຕາເວັນຕົກ, ສ່ວນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມດ້ວຍກຳລັງອ່ອນ, ພ້ອມດຽວກັນກະແສລົມຕາເວັນອອກ-ຕາເວັນອອກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາຮ້ອນເອົ້າ ແລະ ຈະມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ພ້ອມທັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອນຫາປານກາງ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງບາງທ້ອງຖິ່ນພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນ, ໃນວັນທີ 10-12 ເມສາ 2020 ຄວາມກົດດັນຕໍ່າຂອງອາກາດຮ້ອນເອົ້າຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...