Homeຂ່າວທ້ອງຖິ່ນຄົນຍີ່ປຸ່ນ 119 ຄົນ ທີ່ອາໄສໃນລາວ ເດີນທາງກັບປະເທດດ້ວຍຖ້ຽວບິນພິເສດຂອງການບິນລາວ

ຄົນຍີ່ປຸ່ນ 119 ຄົນ ທີ່ອາໄສໃນລາວ ເດີນທາງກັບປະເທດດ້ວຍຖ້ຽວບິນພິເສດຂອງການບິນລາວ

Published on

ເນື່ອງຈາກຂໍ້ຈຳກັດດ້ານການເດີນທາງ ແລະ ການຍົກເລີກຖ້ຽວບິນສາກົນ ທີ່ອອກມາເມື່ອບໍ່ດົນມານີ້ ຍ້ອນການລະບາດຂອງພະຍາດ COVID-19, ເຮັດໃຫ້ຄົນຍີ່ປຸ່ນ ຈຳນວນ 119ຄົນ ທີ່ທັງອາໄສ ແລະ ມາທ່ອງທ່ຽວຢູ່ ລາວ ບໍ່ສາມາດອອກຈາກ ສປປ ລາວ ໄດ້ ຈຶ່ງໄດ້ຮ້ອງຂໍການຊ່ວຍເຫຼືອເພື່ອກັບຄືນຍີ່ປຸ່ນ.

ເພື່ອຕອບສະໜອງຕໍ່ການຮ້ອງຂໍຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ການບິນລາວ ໄດ້ເຫັນດີຈັດຖ້ຽວບິນພິເສດທີ່ບິນກົງ ໄປຍັງສະໜາມບິນນາຣິຕະ (ແຂວງ ຈິບະ) ຢູ່ຍີ່ປຸ່ນ ເຊິ່ງໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນ ກ່ອນຮຸ່ງເຊົ້າຂອງວັນທີ 6 ເມສາ ທີ່ຜ່ານມາ.

ໃນເວລາເດີນທາງ, ພະນັກງານສະຖານທູດຍີ່ປຸ່ນໄດ້ຊ່ວຍເຫຼືອຜູ້ໂດຍສານ ຢູ່ທີ່ສະໜາມບິນ ເພື່ອໃຫ້ການເດີນທາງ ດໍາເນີນໄປດ້ວຍດີ. ພ້ອມກັນນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຊ່ວຍອຳນວຍຄວາມສະດວກໃນການດໍາເນີນງານຂອງຖ້ຽວບິນດັ່ງກ່າວ.

ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໄດ້ຕ້ອນຮັບຈຸບິນຂອງຖ້ຽວບິນ ທີ່ເດີນທາງກັບມາຈາກ ຍີ່ປຸ່ນ ພ້ອມກັບ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການບໍລິສັດການບິນລາວ, ຢູ່ທີ່ສະໜາມບິນສາກົນວັດໄຕ ໃນຕອນຄໍ່າຂອງວັນຈັນ. ທ່ານທູດໄດ້ກ່າວສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ກັບຈຸບິນ ແລະ ພະນັກງານຂອງການບິນລາວ ທີ່ເຮັດວຽກຢ່າງໜັກທັງເວັນ ແລະ ຄືນ ເພື່ອເຮັດໃຫ້ຖ້ຽວບິນພິເສດນີ້ເກີດຂຶ້ນ.

 

ຮຽງຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...