spot_img
Homeຂ່າວທ້ອງຖິ່ນເສັ້ນທາງລົດໄຟ ລາວ – ຈີນ ເລີ່ມວາງລາງລົດໄຟເສັ້ນທຳອິດແລ້ວ

ເສັ້ນທາງລົດໄຟ ລາວ – ຈີນ ເລີ່ມວາງລາງລົດໄຟເສັ້ນທຳອິດແລ້ວ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ໃນທ້າຍອາທິດຜ່ານມາ ທີ່ນະຄອນຫຼວງວຽງຈັນ ບໍລິສັດ ທາງລົດໄຟ ລາວ–ຈີນ ຈໍາກັດ ໄດ້ຈັດພິທີວາງລາງລົດໄຟຂຶ້ນຢ່າງເປັນທາງການ. ລາງລົດໄຟເຫຼັກຂະໜາດ 500 ແມັດ ໄດ້ຖືກວາງລົງຢູ່ທີ່ໂຄງການເສັ້ນທາງລົດໄຟ ລາວ–ຈີນ ຕອນນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນວ່າໂຄງການເສັ້ນທາງລົດໄຟ ລາວ–ຈີນ ໄດ້ກ້າວເຂົ້າສູ່ໄລຍະການວາງລາງລົດໄຟຢ່າງເປັນທາງການ ແລະ ທັງເປັນຄວາມຄືບໜ້າທີ່ສຳຄັນໃນວຽກງານການກໍ່ສ້າງຂອງໂຄງການດັ່ງກ່າວ.

ນັບຕັ້ງແຕ່ເລີ່ມກໍ່ສ້າງເສັ້ນທາງລົດໄຟ ລາວ–ຈີນ ໃນເດືອນ ທັນວາປີ 2016 ເປັນຕົ້ນມາ ຈົນຮອດໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳເລັດ, ການກໍ່ສ້າງໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະ ຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ 10.000 ຄົນ ເພື່ອປະຕິບັດໜ້າທີ່ທັງເວັນ ແລະ ຄືນ. ຜູ້ຮັບເໝົາໄດ້ເລີ່ມຜະລິດຂາງຂົວ ມາເຖິງປັດຈຸບັນສຳເລັດ 171 ຂາງ ໃນຈໍານວນທັງໝົດ 619 ຂາງ, ມາຮອດວັນທີ 26 ພະຈິກ 2019 ໄດ້ເລີ່ມວາງຂາງຂົວຢ່າງເປັນທາງການ. ມາເຖິງປັດຈຸບັນ, ສາມາດວາງຂາງສໍາເລັດແລ້ວຈໍານວນ 83 ຂາງ, ສຳເລັດການກໍ່ສ້າງເສົາຂົວ ຈຳນວນ 135 ເສົາ, ໃນຈຳນວນທັງໝົດ 137 ເສົາ, ສໍາເລັດການຍົກຍ້າຍ, ຈັດສັນຊົ່ວຄາວໃຫ້ແກ່ປະຊາຊົນ, ໂຮງງານອື່ນໆ.

ໂຄງການເສັ້ນທາງລົດໄຟລາວ–ຈີນ ແມ່ນເຊື່ອມຈອດລະຫວ່າງນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງວຽງຈັນ ສປປ ລາວ, ເປັນໂຄງການພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ ” ຂອງຈີນ ແລະ ນະໂຍບາຍ “ ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມຕໍ່ອະນຸພາກພື້ນ ” ຂອງລາວ ທັງເປັນໂຄງການມິດຕະພາບລະຫວ່າງລາວ–ຈີນ. ພາຍຫຼັງໂຄງການເສັ້ນທາງລົດໄຟ ລາວ–ຈີນ ສ້າງສຳເລັດຈະສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດ ລາວ–ຈີນ ແລະ ຊຸກຍູ້ການພັດທະນາເສດຖະກິດ–ສັງຄົມໃນພາກພື້ນ.

ຫຼ້າສຸດ, ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ມີຄຳເຫັນເນື່ອງໃນໂອກາດໜ່ວຍຊ່ຽວຊານແພດໝໍຈີນ ເດີນທາງໄປຮອດນະຄອນຫຼວງວຽງຈັນ ໃນວັນທີ 29 ມີນາ 2020 ບາງຕອນໃຫ້ຮູ້ວ່າ: ໂຄງການທາງລົດໄຟ ລາວ – ຈີນ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງໄປແລ້ວ ປະມານ 90% ທັງໄດ້ປູເຫຼັກລາງລົດໄຟທີ່ມີຄວາມຍາວເຖິງ 500 ແມັດ ເສັ້ນທຳອິດຢ່າງສຳເລັດຜົນ ແລະ ໄດ້ເຂົ້າສູ່ໄລຍະໃໝ່ແຫ່ງການປູລາງຕະຫຼອດສາຍ.

ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໃຫ້ຮູ້ຕົ້ນເດືອນມີນາຜ່ານມາ ວ່າ: ໄລຍະເວລາການກໍ່ສ້າງໂຄງການລົດໄຟລາວ–ຈີນ ກຳນົດໃນເບື້ອງຕົ້ນແມ່ນ 5 ປີ ນັບແຕ່ 1 ມັງກອນ 2017 ເຖິງ 31 ທັນວາ 2021, ຕໍ່ມາໄດ້ປັບປຸງແຜນຄືນໃໝ່ຕາມການສະເໜີຂອງລັດຖະບານລາວ ຄືໃຫ້ສຳເລັດກ່ອນວັນທີ 2 ທັນວາ 2021; ການກໍ່ສ້າງຊັ້ນໜ້າທາງ, ຂົວ ແລະ ອຸມົງ ຕ້ອງໃຫ້ສຳເລັດກ່ອນເດືອນ 5 ປີ 2020. ຫຼັງຈາກນັ້ນ, ຈະແມ່ນວຽກຕິດຕັ້ງລະບົບລາງ, ລະບົບໄຟຟ້າ ແລະ ລະບົບໄຟສັນຍານຕ່າງໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...