Homeຂ່າວທ້ອງຖິ່ນຍທຂ ແຈ້ງໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນ, ສາຍແຂວງຕ່າງໆ ແລະ ສາຍຕ່າງປະເທດທຸກສາຍ

ຍທຂ ແຈ້ງໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນ, ສາຍແຂວງຕ່າງໆ ແລະ ສາຍຕ່າງປະເທດທຸກສາຍ

Published on

ອີງໃສ່ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ແລະ ເກືອບທຸກປະເທດໃນໂລກ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເພື່ອເປັນການຄວບຄຸມ-ປ້ອງກັນ,ສະກັດກັ້ນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ລາມອອກໄປ ເປັນວົງກວ້າງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ອອກແຈ້ງການເມື່ອວັນທີ 30 ມີນາ 2020 ເຖິງບັນດາຜູ້ປະກອບການຫົວໜ່ວຍທຸລະກິດ ບໍລິສັດ, ສະມາຄົມຂົນສົ່ງໂດຍສານ, ສະຖານີລົດຂົນສົ່ງໂດຍສານລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ (ຕະຫຼາດຂົວດິນ), ສະຖານີຂົນສົ່ງໂດຍສານສາຍໃຕ້ ແລະ ສາຍເໜືອ ນະຄອນຫຼວງວຽງຈັນ ແຈ້ງໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານພາຍໃນ, ສາຍແຂວງຕ່າງໆ ແລະ ສາຍຕ່າງປະເທດ ນັບຕັ້ງແຕ່ວັນທີ 1 – 19 ເມສາ 2020 ເພື່ອຄວາມປອດໄພຂອງຜູ້ໂດຍສານ.

ນອກຈາກນີ້, ຫ້ອງການໂຍທາທິການ​ ແລະ ຂົນສົ່ງ ​ເມືອງ ພູຄູນ​ ແຈ້ງມາຍັງທຸກພາກສ່ວນ​ ເລື່ອງໂຈະການບໍລິການຂົນສົ່ງໂດຍສານ​ທັງພາຍໃນ ແລະ ຕ່າງແຂວງ ທີ່ຂື້ນກັບ ເມືອງ ພູຄູນ ໃນໄລຍະລະບາດພະຍາດອັກເສບປອດ​ໂຄວິດ-19 ສຳລັບການໂຈະຊົ່ວຄາວແມ່ນບໍ່ມີກຳນົດຈົນກ່ວາຈະມີຄຳສັງ ແລະແຈ້ງການສະບັບໃໜ່.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...