spot_img
Homeຂ່າວທ້ອງຖິ່ນທະນາຄານແຫ່ງ ສປປລາວ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍອອກໄປຈົນກວ່າຈະພົ້ນວິກິດ

ທະນາຄານແຫ່ງ ສປປລາວ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍອອກໄປຈົນກວ່າຈະພົ້ນວິກິດ

Published on

ໃນວັນທີ 26 ມີນາ 2020 ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງສະບັບເລກທີ 238/ທຫລ ວ່າດ້ວຍນະໂຍບາຍສິນເຊື່ອເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງເຊື້ອໄວຣັດໂຄວິດ-19 ເຊິ່ງຂໍ້ຕົກລົງສະບັບດັ່ງກ່າວນີ້ ໄດ້ກຳນົດນະໂຍບາຍແກ້ໄຂຜົນກະທົບຈາກການລະບາດ ໃຫ້ແກ່ລູກໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ.

ບັນດາທະນາຄານ ແລະ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍກູ້ ຊຶ່ງໄດ້ຮັບຜົນກະທົບດັ່ງກ່າວ ໃຫ້ສາມາດສືບຕໍ່ດຳເນີນກິດຈະການພາຍຫຼັງການລະບາດໄດ້ຖືກຄວບຄຸມຈົນກວ່າສະພາບຈະເຂົ້າສູ່ປົກກະຕິ.

ນະໂຍບາຍຕໍ່ລູກຄ້າເງິນກູ້
1. ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ, ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມໃຫ້ລູກໜີ້ ຕາມທີ່ເຫັນວ່າເໝາະສົມ;
2. ສະໜອງເງິນກູ້ບ້ວງໃໝ່ ໃຫ້ແກ່ລູກໜີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ເພື່ອຟື້ນຟູການຜະລິດ;

ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຈະໄດ້ຮັບນະໂຍບາຍຜ່ອນຜັນຍົກເວັ້ນການປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍ ການຈັດຊັ້ນໜີ້ ແລະ ການຫັກເງິນແຮໜີ້ ທີ່ຖືກຈັດຊັ້ນຂອງທະນາຄານທຸລະກິດ ສະບັບເລກທີ 512 ທຫລ, ລົງ ວັນທີ 29/06/2011 8, ລະບຽບວ່າດ້ວຍການຈັດສັນໜີ້ ແລະ ຫັກເງິນແຮໜີ້ທີ່ຖືກຈັດຊັ້ນຂອງສະຖາບັນການ ເງິນຈຸລະພາກ ສະບັບເລກທີ 02/ ທຫລ, ລົງວັນທີ 04/02/2015 ແລະ ຂໍ້ກໍານົດວ່າດ້ວຍການຄຸ້ມຄອງ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ສະບັບເລກທີ 03/ທຫລ, ລົງວັນທີ 20/06/2008 ດັ່ງນີ້:

( 1 ) ການຈັດຊັ້ນໜີ້ພາຍຫຼັງການປັບປຸງໂຄງສ້າງ ແມ່ນໃຫ້ຮັກສາໄວ້ຊັ້ນເດີມ, ລູກໜີ້ທີ່ໄດ້ຮັບຜົນກະທົບ ທີ່ຖືກຈັດຊັ້ນ ເປັນໜີ້ຕ້ອງຮັບທວງຍາກ ແຕ່ວັນທີ 1 ມັງກອນ ປີ 2020 ເປັນຕົ້ນມາ ສາມາດຈັດຊັ້ນ ເປັນໜີ້ທີ່ຄວນເອົາໃຈໃສ່;
(2) ການປັບປຸງໂຄງສ້າງໜີ້ ແມ່ນສາມາດປະຕິບັດໄດ້ເກີນສອງຄັ້ງ;
(3) ທະນາຄານທຸລະກິດ ແລະ ສະຖາບັນການເງິນ ສາມາດປ່ອຍສິນເຊື່ອບ້ວງໃໝ່ ເພື່ອເປັນທຶນໝູນວຽນ ເສີມສະພາບຄ່ອງໃຫ້ລູກຫນີ້ທີ່ໄດ້ຮັບຜົນກະທົບ ທີ່ຖືກຈັດຊັ້ນເປັນໜີ້ຕ້ອງຮັບທວງຍາກ ແຕ່ວັນທີ 1 ມັງກອນ ປີ 2020 ເປັນຕົ້ນມາ.

ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ພິຈາລະນານໍາໃຊ້ມາດຕະການຕ່າງໆ ຕໍ່ກັບລູກໜີ້ຜູ້ທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມເປັນແຕ່ລະກໍລະນີ ແລະ ສອດຄ່ອງກັບສະພາບຕົວຈິງຂອງລູກໜີ້ ຂອງຕົນ ແລະ ຜູ້ໄດ້ຮັບຜົນກະທົບ ລາຍລະອຽດມີດັ່ງນີ້:
1. ປັບປຸງໂຄງສ້າງໜີ້ຄືນໃໝ່ໃຫ້ແກ່ລູກໜີ້ທີ່ໄດ້ຮັບຜົນກະທົບ ໂດຍກໍານົດອາຍຸສັນຍາ ຫຼື ງວດຊໍາລະຕົ້ນທຶນ ແລະ ດອກເບ້ຍ, ອັດຕາດອກເບ້ຍ ຄືນໃໝ່ໃຫ້ສອດຄອ່ງກັບຄວາມສາມາດໃນການຊໍາລະໜີ້ຕົວຈິງຂອງລູກໜີ້. ໃນນັ້ນ, ໃຫ້ມີໄລຍະເວລາປອດໜີ້ຕົ້ນທຶນ ແລະ ດອກເບ້ຍ ເປັນເວລາ 1 ປີ ຫຼື ຕາມການ ຕົກລົງລະຫວ່າງ ເຈົ້າໜີ້ ແລະ ລູກໜີ້;
2. ສະໜອງເງິນກູ້ບ້ວງໃໝ່ ໃຫ້ແກ່ລູກໜີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ;
3. ມາດຕະການອື່ນໆ ທີ່ສອດຄ່ອງກັບຂໍ້ຕົກລົງສະບັບນີ້ ແລະ ນິຕິກໍາທີ່ກ່ຽວຂ້ອງ.

ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມຄອງສະຖາບັນການເງິນ ມີໜ້າທີ່ຕິດຕາມກວດກາ ການຈັດຕັ້ງປະຕິບັດມາດຕະການທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແລະ ສັງລວມລາຍງານສະພາບການຈັດຕັ້ງປະຕິບັດມາດຕະການທີ່ ກໍານົດໃຫ້ແກ່ຄະນະຜູ້ວ່າການຊາບເປັນແຕ່ລະເດືອນຢ່າງເປັນປົກກະຕິ.

ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ໂດຍສົມທົບກັບຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອປະເມີນຜົນກະທົບ ກ່ອນດໍາເນີນການປັບປຸງສັນຍາ ແລະ ສະໜອງສິນເຊື່ອເພີ່ມ ພ້ອມທັງສ້າງລະບຽບພາຍໃນສະເພາະ ເພື່ອນໍາໃຊ້ ເປັນເອກະພາບໃນທົ່ວລະບົບຂອງຕົນ ໂດຍກໍານົດຂັ້ນຕອນ ແລະ ສໍານວນເອກະສານໃນການສະເໜີຂອງລູກຫນີ້, ຫ້າມທະນາຄານທຸລະກິດ ແລະ ສະຖາບັນການເງິນ ນໍາໃຊ້ບັນດາມາດຕະການຕາມທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ເພື່ອຫາຜົນປະໂຫຍດ, ເຊື່ອງອໍາ ຫຼື ປິດບັງຄຸນນະພາບສິນເຊື່ອ.

ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງເອົາໃຈໃສ່ໃນການຕິດຕາມກວດກາສິນເຊື່ອທີ່ໄດ້ ຮັບນະໂຍບາຍດັ່ງກ່າວຢ່າງໃກ້ຊິດ ແລະ ຕ້ອງລາຍງານມາຍັງກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ພາຍໃນວັນທີ 10 ຂອງແຕ່ລະເດືອນຕາມແບບຟອມທີ່ກໍານົດ.

ລູກໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ແລະ ຜູ້ທີ່ໄດ້ຮັບຜົນກະທົບ ສາມາດສະເໜີຫາທະນາຄານທຸລະກິດ ແລະ ສະຖາບັນການເງິນ ເພື່ອພິຈາລະນາແກ້ໄຂ ໂດຍສອດຄ່ອງກັບຂໍ້ຕົກລົງ ສະບັບນີ້ ແລະ ລະບຽບພາຍໃນຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...