spot_img
Homeຂ່າວທ້ອງຖິ່ນສາທາຢືນຢັນແລ້ວ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ.

ສາທາຢືນຢັນແລ້ວ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ.

Published on

ອີງຕາມການຖະແຫຼງຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ ກະຊວງສາທາລະນະສຸກ ເມື່ອວັນທີ 24 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ!

ກໍລະນີທີ 1:

ຜູ້ກ່ຽວເປັນເພດຊາຍ ອາຍຸ 28 ປີ, ເປັນພະນັກງານຢູ່ໂຮງແຮມ ຄລາວພລາຊ່າ ນະຄອນຫຼວງວຽງຈັນ. ເປັນປະຊາຊົນບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ; ເຊິ່ງມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020, ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະ ກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ.

ປະຫວັດການເຈັບຂອງກໍລະນີທີ 1 ມີຄື: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19

ກໍລະນີທີ 2:

ຜູ້ກ່ຽວເປັນເພດຍິງ ອາຍຸ 36 ປີ, ອາຊີບພະນັກງານນຳທ່ຽວ. ເປັນປະຊາຊົນບ້ານ ຄຳຮຸ່ງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ເລີ່ມຕົ້ນມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະ ເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະ ເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ.
ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວ ແລະ ແຍກປ່ຽວຢູ່ໂຮງໝໍມິດຕະພາບ (150 ຕຽງ), ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.

ປັດຈຸບັນຄົນເຈັບທັງ 2 ຄົນ ກຳລັງນອນຮັບການປິ່ນປົວຢູ່ ໂຮງໝໍ ມິດຕະພາບ ຕາມຂັ້ນຕອນທາງວິຊາການແພດຢ່າງເຂັ້ມງວດ.

ຮຽບຮຽງຂ່າວ: ລິດຈະນາ 

ບົດຄວາມຫຼ້າສຸດ

ທູດ ອາເມລິກາ ປະຈໍາລາວ ເຂົ້າຢ້ຽມອໍາລາ ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ

ໃນຕອນບ່າຍວັນທີ 14 ມັງກອນ 2026 ທີ່ຜ່ານມາ, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ...

ປິດການສັນຈອນຊົ່ວຄາວ ໂດຍບໍ່ອະນຸຍາດໃຫ້ລົດທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ແລ່ນຜ່ານເລີ່ມແຕ່ ບ້ານເລົ່າໂພໄຊ-ແຍກທາງເຂົ້າທາດເມືອງເກົ່າ ແຂວງຄໍາມ່ວນ ລະຫວ່າງ ວັນທີ 13 ມັງກອນ 2026 ຫາ 03 ກຸມພາ 2026

ອີງຕາມແຈ້ງການຂອງຫ້ອງວ່າການເມືອງເມືອງທ່າແຂກ, ແຂວງຄໍາມ່ວນ ເລກທີ 03/ຫວມ ທ່າແຂກ, ລົງວັນທີ 13 ມັງກອນ 2026 ຮຽນ: ບັນດາພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ,...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 12-13 ມັງກອນ 2026

ໃນຕອນແລງຂອງວັນທີ 13 ມັງກອນ 2026 ນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ...

ຍັງດຳເນີນການຄົ້ນຫາຜູ້ສູນຫາຍ ແລະ ລໍການຢັ້ງຢືນ ສາເຫດທີ່ພາໃຫ້ເກີດດິນຍຸບ ຈາກຊ່ຽວຊານຕ່າງປະເທດ ຕໍ່ກັບເຫດການດິນຍຸບ ຢູ່ບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ຕອນເຊົ້າວັນທີ 13 ມັງກອນ 2026 ທີ່ຜ່ານມາ, ທ່ານ ປອ. ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ...