Homeຂ່າວທ້ອງຖິ່ນພົບສາວລາວ 1 ຄົນເດີນທາງມາຈາກໄທສົງໄສເປັນໂຄວິດ-19 ຢູ່ດ່ານສາກົນ "ສະຫວັນນະເຂດ-ມຸກດາຫານ"

ພົບສາວລາວ 1 ຄົນເດີນທາງມາຈາກໄທສົງໄສເປັນໂຄວິດ-19 ຢູ່ດ່ານສາກົນ “ສະຫວັນນະເຂດ-ມຸກດາຫານ”

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 17 ມີນາ 2020ວ່າ ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໄດ້ແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ເວລາ 7 ໂມງເຊົ້າ ໄດ້ພົບກໍລະນີຜູ້ສົງໄສທີ່ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ 2019 (COVID-19) ຢູ່ດ່ານດັ່ງກ່າວ ເປັນເພດຍິງທີ່ເດີນທາງມາແຕ່ ບາງກອກ ປະເທດໄທ.

ດຣ. ຖາວອນ ທູມມະສອນ ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍວ່າ: ຜູ້ທີ່ສົງໄສຕິດພະຍາດດັ່ງກ່າວຊື່ ນາງ ວຽງ ອາຍຸ 28 ປີ ປະຊາຊົນ ບ້ານນາຄູ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ເດີນທາງມາແຕ່ ບາງກອກ ປະເທດໄທ ຫຼັງຈາກຜ່ານການກວດເຄື່ອງວັດແທກອຸນຫະພູມ ພົບສູງເຖິງ 38,5 ອົງສາ ຫຼັງຈາກນັ້ນ ໄດ້ມີການກວດສອບປະຫວັດລາວ ແລະ ໄດ້ເອົາລາວໄປທີ່ກັກກັນ 14 ວັນ ຢູ່ ໂຮງໝໍແຂວງສະຫວັນນະເຂດ.

ດຣ ຖາວອນ ໄດ້ກ່າວຕື່ມວ່າ: ແມ່ຍິງຄົນດັ່ງກ່າວເຮັດວຽກເປັນແມ່ບ້ານຢູ່ຮ້ານອາຫານຢູ່ ບາງກອກ ແລະ ໄດ້ພົບວ່າເປັນໄຂ້ຕິດຕໍ່ກັນຫຼາຍວັນ ເຈົ້າຂອງຮ້ານຈຶ່ງບອກໃຫ້ລາວກັບມາບ້ານເກີດເມືອງນອນ ຍ້ອນວ່ານາຍຈ້າງຢ້ານຕິດພະຍາດ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ປະຈໍາດ່ານ, ປະຈຸບັນມີຄົນລາວ ແລະ ຕ່າງປະເທດເຂົ້າ-ອອກຜ່ານດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 ປະມານ 1.500 ຄົນຕໍ່ມື້ ສ່ວນໃຫຍ່ແມ່ນຄົນໄທຖ້າທຽບກັບເມື່ອກ່ອນ ທີ່ຍັງບໍ່ມີການລະບາດພະຍາດໃນປະເທດຕ່າງໆ ມີຄົນເຂົ້າ-ອອກປະມານ 3.000 ຄົນຕໍ່ມື້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...