Homeຂ່າວທ້ອງຖິ່ນລັດຮຽກຮ້ອງໃຫ້ປະຊາຊົນລາວຢ່າເດີນທາງໄປປະເທດທີ່ມີການແຜ່ລະບາດໂຄວິດ-19

ລັດຮຽກຮ້ອງໃຫ້ປະຊາຊົນລາວຢ່າເດີນທາງໄປປະເທດທີ່ມີການແຜ່ລະບາດໂຄວິດ-19

Published on

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນໃໝ່ (COVID19) ໄດ້ລາຍງານເມື່ອວັນທີ 15 ມີນານີ້ວ່າ: ການລາຍງານກໍລະນີສົງໄສ COVID-2019 ແຕ່ວັນທີ 24 ມັງກອນ ຈົນຮອດວັນທີ 14 ມີນາ 2020 ມີທັງໝົດ 78 ກໍລະນີ​, ກວດບໍ່ພົບເຊື້ອ 70 ກໍລະນີ ລໍຖ້າຜົນກວດ 8 ແລະ ບໍ່ມີກໍລະນີເສຍຊີວິດ.​

ສະເພາະນະຄອນຫຼວງວຽງຈັນ 50 ກໍລະນີ (ຄົນຈີນ 20 ຄົນ , ອາເມລິກາ 1 ຄົນ, ເກົາຫຼີ 2 ຄົນ ແລະ ຍີ່ປຸ່ນ 3 ຄົນ); ແຂວງ ບໍ່ແກ້ວ 8 ກໍລະນີ (ເປັນຄົນລາວ 5 ຄົນ, ຈີນ 2 ຄົນ ແລະ ອັງກິດ 1 ຄົນ); ແຂວງ ຫຼວງພະບາງ 3 ກໍລະນີ; ແຂວງ ຈໍາປາສັກ 5 ກໍລະນີ; ແຂວງ ອຸດົມໄຊ 2 ກໍລະນີ, ແຂວງ ສາລະວັນ 3 ກໍລະນີ; ແຂວງ ບໍລິຄຳໄຊ 1 ກໍລະນີ, ແຂວງ ສະຫວັນນະເຂດ 3 ກໍລະນີ , ແຂວງ ຫຼວງນໍ້າທາ 1 ກໍລະນີ, ແຂວງ ໄຊຍະບູລີ 1 ກໍລະນີ ແລະ ແຂວງ ຄຳມ່ວນ 1 ກໍລະນີ.

ກໍລະນີຜູ້ປ່ວຍທີ່ຢູ່ໃນກຸ່ມສົງໄສວ່າຕິດເຊື້ອໂວຣັສໂຄວິດ-19, ສ່ວນຫຼາຍມີປະຫວັດເຄີຍເດີນທາງໄປ-ມາປະເທດທີ່ມີການລະບາດຂອງເຊື້ອໄວຣັສໂຄວິດ-19.

ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ທຸກຄົນຄວນຫຼີກເວັ້ນການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ຖ້າຈໍາເປັນໄປປະເທດດັ່ງກ່າວ, ເມື່ອກັບມາປະເທດຂອງຕົນແລ້ວຄວນໄປພົບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອກວດສຸຂະພາບ ແລະ ກັກບໍລິເວນຕົນເອງຈົນຄົບ 14 ວັນ ເພື່ອປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດອັກເສບປອດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...