Homeຂ່າວທ້ອງຖິ່ນເສດຖະກິດລາວທົດ​ຖອຍຍ້ອນການແຜ່ລະບາດຂອງໂຄວິດ-19

ເສດຖະກິດລາວທົດ​ຖອຍຍ້ອນການແຜ່ລະບາດຂອງໂຄວິດ-19

Published on

ສປປ ລາວ ກໍ່​ເປັນ​ປະ​ເທດ​ໜຶ່ງທີ່​ກຳລັງໄດ້​ຮັບ​ໄພ​ຂົ່ມຂູ່ຢ່າງ​ຫຼວງ​ຫຼາຍຈາກ​ພະຍາດດັ່ງກ່າວ ​ແລະ ລັດຖະບານ​ກຳລັງ​ດຳ​ເນີນ​ມາດ​ຕະການຕ່າງໆ ​ເພື່ອ​ປ້ອງ​ກັນ ​ແລະ ຕອບ​ໂຕ ເສດຖະກິດຂອງ ສປປ ລາວ, ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ຖອຍ​ຈາກການ​ຄາດ​ຄະ​ເນການ​ຂະຫຍາຍຕົວ 6.4% ມາ​ເປັນ 6% ໃນປີນີ້ ​ເນຶ່ອງຈາກອິດທິພົນການ​ແຜ່​ລະບາດ​ຂອງ​ໄວ​ຣັສໂຄ​ວິດ-19 (COVID-19) ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​.

ທ່ານ ປ.ອ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ ຫົວໜ້າ ສະ​ຖາ​ບັນຄົ້ນ​ຄວ້າເສດຖະກິດ​ ​ແຫ່ງ​ຊາດ ໄດ້​​ໃຫ້​ສຳພາດ​ຕໍ່​ໜັງສືພິມ​ວຽງ​ຈັນທາ​ມ ​ໃນ​ວັນ​ຈັນທີ່ຜ່ານມາ​ວ່າ: ​​ເຖິງ​ແມ່ນ​ວ່າ ປະ​ເທດ​​ເຮົາ​ຍັງ​ບໍ່ທັນພົບພະຍາດ​ນີ້​ກໍ່ຕາມ ​ແຕ່​ໄວຣັສດັ່ງ​ກ່າວໄດ້​ສົ່ງຜົນ​ກະທົບ​ຕໍ່​ເສດຖະກິດ​ໄປແລ້ວ​ຢ່າງ​ຫຼວງຫຼາຍ.

ຂະ​ແໜງທຳ​ອິດ​ທີ່​ຖືກ​ກະທົບ​ຫຼາຍທີ່​ສຸດ​ ແມ່ນ ການທ່ອງທ່ຽວ, ​ການ​ລົງທຶນ ​ແລະ ການ​ຄ້າ. ພະຍາດ​ດັ່ງກ່າວ ກຳລັງ​ກົດໜ່ວງການ​ຂະ​ຫຍາ​ຍຕົວຂອງ​ຂະ​ແໜງການ​ສຳຄັນ​ເຫຼົ່າ​ນີ້, ເຊິ່ງເປັນ​ໄມ້​ງັດອັນສໍາຄັນທາງ​ດ້ານເສດຖະກິດ. ​​

ລາຍ​ໄດ້​ຈາກ​ການທ່ອງທ່ຽວ​, ​ເຊິ່ງ​ເປັນ​​ແຫຼ່ງລາຍ​ຮັບ​ສຳຄັນ ຂອງ ສປປ ລາວ ໄດ້​ຫຼຸດ​ລົງຢ່າ​ງຊັດ​ເຈນ ​ເນື່ອງຈາກ​ວ່າ ບັນດາທຸລະ​ກິດ​ຂົນ​ສົ່ງ​ຜູ້​ໂດຍ​ສານຈາກ​ພາຍ​ໃນ​ ແລະ​ ຕ່າງປະ​ເທດ​​ຈໍານວນໜຶ່ງໄດ້​ໂຈະ​ການ​ບໍລິການ ຈຳນວນນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ເຊັ່ນ​ວ່າ: ຈີນ ​ແລະ ​ເກົາຫຼີ​​ໃຕ້ ໄດ້​ຍົກ​ເລີກ​ແຜນການ​​ເດີນທາງມາ​ທ່ຽວ​ ສປປ ລາວ,​ ບັນຍາກາດ​ແຫຼ່ງທ່ອງ​ທ່ຽວ​ຕ່າ​ງໆ ກໍ່​ງຽບ​ເຫງົາ ​ເພາະຈຳນວນ​ນັກ​ທ່ອງ​ທ່ຽວ​ໄດ້ຫຼຸດ​ລົງ.

ການ​ຂະຫຍາຍ​ຕົວ​ຂອງ​ເສດຖະກິດ ​ແມ່ນພົວພັນກັບການ​ບໍລິການ, ການລົງທຶນ ​ແລະ ການ​ຄ້າ; ຖ້າ​ປັດ​ໄຈ​ເຫຼົ່າ​ນີ້​ຖືກ​ກະທົບການ​ຂະຫຍາຍ​ຕົວ​ຂອງ​ເສດຖະກິດ​ກໍ່​ຈະ​ຊັກຊ້າ​ລົງ​ ໃນ​ປີ 2020, ອີງ​ຕາມ​ການ​ຄາດ​ຄະ​ເນຂອງ​ນັກ​ຄົ້ນ​ຄ້ວາຈາກສະຖາບັນ​ ເຊິ່ງລັດຖະບານ​ໄດ້​ວາງ​ແຜນການ​ຂະຫຍາຍຕົວ​ຂອງ​ເສດຖະກິດ 6,7% ​ເພີ່ມ​ຂຶ້ນປະມານ 0,3% ທຽບ​ໃສ່​ປີຜ່ານມາ​ ​ແຕ່​ປີ​ນີ້ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້.

 

 

ຮຽບຮຽງຂ່າວ: ພຸດສະດີ 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...