Homeຂ່າວພາຍ​ໃນເບື້ອງຫຼັງຂອງໄວຣັສໂຄໂຣນາທີ່ແຜ່ລະບາດໃນເກົາຫຼີໃຕ້ "ຄົນດຽວ" ແຜ່ເຊື້ອໃຫ້ຫຼາຍກວ່າພັນຄົນ

ເບື້ອງຫຼັງຂອງໄວຣັສໂຄໂຣນາທີ່ແຜ່ລະບາດໃນເກົາຫຼີໃຕ້ “ຄົນດຽວ” ແຜ່ເຊື້ອໃຫ້ຫຼາຍກວ່າພັນຄົນ

Published on

ສູນຄວບຄຸມ ແລະ ປ້ອງກັນພະຍາດເກົາຫຼີໃຕ້ ໄດ້ຖະແຫຼງການເມື່ອວັນທີ 21 ກຸມພາ ທີ່ຜ່ານມາວ່າ ພົບຜູ້ປ່ວຍຕິດເຊື້ອໄວຣັສໂຄໂຣນາເພີ່ມອີກ 52 ຄົນ ເຮັດໃຫ້ຈຳນວນສະສົມຂອງຜູ້ປ່ວຍ ແລະ ເຄີຍປ່ວຍເປັນໂຣກອັກເສບໂຄໂຣນາໃນປະເທດເພີ່ມຈຳນວນເປັນ 156 ຄົນ.

ເພສ Drama-addict ໄດ້ເຜີຍແຜ່ເລື່ອງເລົ່າຂອງ “ຜູ້ປ່ວຍຕິດເຊື້ອຄົນທີ 31“ ຂອງເກົາຫຼີໃຕ້ ໂດຍລະບຸວ່າ ຜູ້ຕິດເຊື້ອລາຍນີ້ຄືແມ່ປ້າໄວອາຍຸ 61 ປີ ມີປະຫວັດທີ່ໜ້າສົນໃຈຫຼາຍ ເນື່ອງຈາກວ່າປ້າອາໄສຢູ່ແຕ່ພາຍໃນປະເທດ ແຕ່ເປັນຜູ້ປ່ວຍຕິດເຊື້ອໄວຣັດໂຄໂຣນາ ແລະ ທີ່ສຳຄັນໃນເວລານີ້ປ້າໄດ້ກາຍເປັນ Super Spreader ຫຼື ຜູ້ກະຈາຍເຊື້ອສູ້ຄົນຈຳນວນຫຼາຍເປັນທີ່ຮຽບຮ້ອຍແລ້ວ ຈາກທຳອິດທີ່ເກົາຫຼີໃຕ້ມີຜູ້ຕິດເຊື້ອກ່ອນໜ້ານີ້ບໍ່ຮອດ 30 ຄົນ ແຕ່ຕອນນີ້ມີຍອດຜູ້ປ່ວຍເພີ່ມຂຶ້ນເປັນຫຼາຍຮ້ອຍຄົນ ຈົນເຮັດໃຫ້ລັດຖະບານສັ່ງເມືອງແທກູ (ເມືອງທີ່ປ້າອາໄສຢູ່) ເຊິ່ງເປັນເມືອງທີ່ມີການແຜ່ລະບາດຂອງໂຣກໜັກທີ່ສຸດເປັນສະຖານທີ່ກັກກັນໂຣກໄປຮຽບຮ້ອຍແລ້ວ.

ຜູ້ຕິດເຊື້ອໄວຣັສໂຄໂຣນາຄົນທີ່ 31 ມີອາຍຸ 61 ປີ ອາໄສໃນເມືອງແທກູ ທີ່ເກົາຫຼີໃຕ້ ແລະ ເປັນສະມາຊິກຂອງລັດທິຊິນຊອນຈິ ເຊິ່ງລັດທິນີ້ຈະມີກິດຈະກຳໃຫ້ສະມາຊິກສວດມົນຮ່ວມກັນເລື້ອຍໆ ແຕ່ເມື່ອທາງລັດທິຮູ້ຂ່າວກ່ຽວກັບການລະບາດຂອງໄວຣັດໂຄໂຣນາ ຕັ້ງແຕ່ເດືອນມັງກອນ ແລະ ທາງລັດທິໄດ້ມີການປະກາດເຖິງສະມາຊິກທຸກຄົນວ່າ ຖ້າໃຜຫາກມີອາການປ່ວຍໃຫ້ແຈ້ງຕໍ່ພະນັກງານ ແລະ ໃຫ້ເກັບຕົວຢູ່ແຕ່ໃນເຮືອນເພື່ອຟັງເບິ່ງອາການ.

ຜູ້ປ່ວຍລາຍນີ້ມີອາການໄອຈາມມາເປັນເວລາດົນແລ້ວ ແຕ່ຄິດວ່າຕົນເອງເປັນຫວັດ ບໍ່ແມ່ນຕິດເຊື້ອໂຄໂຣນາ ດັ່ງນັ້ນ, ຜູ້ປ່ວຍຄົນດັ່ງກ່າວຈຶ່ງເດີນທາງໄປທີ່ລັດທິຕາມປົກກະຕິ ພ້ອມທັງເຮັດກິດຈະກຳຂອງໂບດ ເຊິ່ງກິດຈະກຳຈະໃຫ້ສະມາຊິດຢືນຕິດໆກັນພ້ອມຮ້ອງເພງສຽງດັງໆ ເຊິ່ງຄົນໄປຮ່ວມກິດຈະກຳໃນແຕ່ລະຄັ້ງກໍ່ຈະມີປະມານໜຶ່ງພັນກວ່າຄົນ ແລະ ບໍ່ພຽງແຕ່ໄປຮ່ວມກິດຈະກຳທີ່ໂບດເທົ່ານັ້ນ ຜູ້ປ່ວຍລາຍນີ້ຍັງໃຊ້ຊີວິດຕາມປົກກະຕິເຖິງຈະມີອາການໄອຈາມຢູ່ ບໍ່ວ່າຈະເປັນການເດີນທາງໂດຍລົດໂດຍສານປະຈຳທາງໄປທ່ຽວ, ເດີນທາງໄປຮ່ວມງານແຕ່ງຂອງເພື່ອນ, ໄປຍ່າງເລາະຫ້າງສັບພະສິນຄ້າ, ນັ່ງລົດປະຈຳທາງໄປນະຄອນຫຼວງໂຊລ ແລະ ຕໍ່ມາປ້າຄົນດັ່ງກ່າວກໍ່ເກີດອຸບັດຕິເຫດໃນວັນທີ 7 ກຸມພາ 2020 ແລ້ວລະຫວ່າງທີ່ແພດແອັດມິດ ປ້າກໍ່ມີອາການໄອ ມີໄຂ້ ເມື່ອຍ. ຫຼັງຈາກນັ້ນໃນວັນທີ 10 ກຸມພາ, ແພດໄດ້ຂໍກວດຫາເຊື້ອໄວຣັສໂຄໂຣນາ ເພາະຜົນເອັກສະເລ (X-Ray) ສະແດງໃຫ້ເຫັນວ່າປ້າມີອາການປອດບວມຊັດເຈນ, ແຕ່ປ້າກໍ່ບໍ່ຍອມໃຫ້ແພດກວດ ໂດຍໃຫ້ເຫດຜົນວ່າ ຕົນບໍ່ໄດ້ເດີນທາງໄປຕ່າງປະເທດດົນແລ້ວ ຈະໄປຕິດເຊື້ອໄວຣັສໂຄໂຣນາມາຈາກໃສ ແພດກໍ່ເລີຍຮັກສາດ້ວຍການໃຫ້ຢາຂ້າເຊື້ອ, ຕໍ່ມາປ້າຄົນນີ້ຍັງໄດ້ໄປກວດສຸຂະພາບທີ່ຫຼາຍໂຮງໝໍ ເພື່ອໃຫ້ແພດຮັກ ແລະ ແພດກໍ່ສະເໜີໃຫ້ກວດຫາເຊື້ອໄວຣັສໂຄໂຣນາແຕ່ປ້າກໍ່ບໍ່ຍອມກວດ ແລະ ວົນວຽນເຂົ້າ-ອອກໂຮງໝໍຢ່າງໜ້ອຍ 4 ແຫ່ງ. ຈົນໃນທີ່ສຸດໃນວັນທີ 17 ກຸມພາ ເມື່ອປ້າໄປກວດທີ່ໂຮງໝໍແຫ່ງໜຶ່ງຈຶ່ງຍອມໃຫ້ແພດກວດຫາເຊື້ອໄວຣັສໂຄໂຣນາ ແລະ ໃນວັນທີ 18 ກຸມພາ ຜົນກວດບອກວ່າ ປ້າຕິດເຊື້ອໄວຣັສໂຄໂຣນາເປັນຄົນທີ 31 ຂອງເກົາຫຼີໃຕ້. ຫຼັງຈາກຮູ້ຜົນວິໄຈຂອງປ້າແລ້ວ ກໍມີປະຊາຊົນເກົາຫຼີໃຕ້ມີອາການຕ້ອງສົງໃສວ່າຕິດເຊື້ອໄວຣັດໂຄໂຣນາເພື່ອຂຶ້ນມາອີກຫຼາຍສິບຄົນ ແລະ ເມື່ອເຮັດການສືບປະຫວັດຄົນປ່ວຍ ຈຶ່ງເຮັດໃຫ້ຮູ້ວ່າ ຜູ້ປ່ວຍຫຼາຍສິບຄົນມີຄວາມກ່ຽວຂ້ອງກັບປ້າຜູ້ປ່ວຍຕິດເຊື້ອຄົນທີ 31 ບໍ່ວ່າຈະເປັນສາວຄົນໜຶ່ງທີ່ເປັນສະມາຊິກລັດທິດຽວກັນກັບປ້າ, ຄົນທີ່ໄປຮ່ວມງານແຕ່ງງານດຽວກັນກັບປ້າ ຫຼື ຄົນທີ່ມາຮັບບໍລິການທີ່ໂຮງໝໍແຫ່ງດຽວກັນກັບປ້າຕອນທີ່ເກີດຸບັດຕິເຫດ ແລະ ຈາກການທີ່ສູນຄວບຄຸມໂຣກເກົາຫຼີໃຕ້ພົບວ່າ ຄົນທີ່ສຳພັດໂຣກກັບປ້າຄົນນີ້ ມີເຖິງ 1,160 ຄົນ.

ຫຼ້າສຸດ KCDC ຫຼື ອົງການຄວບຄຸມໂຣກຕິດຕໍ່ຂອງເກົາຫຼີໃຕ້ອອກມາເຜີຍວ່າ ປ້າຄົນດັ່ງກ່າວຍອມຮັບແລ້ວວ່າເຄຍເດີນທາງໄປເມືອງ ອູຮັ່ນ ເມື່ອເດືອນທັນວາ 2019.

ປັດຈຸບັນ,​ ທາງລັດຖະບານໄດ້ສັ່ງໃຫ້ຄົນທີ່ມີປະຫວັດສຳພັດກັບປ້າທຸກຄົນກັກຕົວຢູ່ເຮືອນເພື່ອລໍເບິ່ງອາການ ແລະ ໃຫ້ຮີບກວດຫາເຊື້ອທັນທີ ສ່ວນຫ້າງຊັບພະສິນຄ້າຕ່າງໆທີ່ປ້າເຄີຍໄປກໍ່ໃຫ້ປະກາດປິດຊົ່ວຄາວ ລວມເຖິງໂບດທີ່ປ້າໄປຮ່ວມກິດຈະກຳກໍ່ໃຫ້ປິດຊົ່ວຄາວເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...