spot_img
Homeຂ່າວທ້ອງຖິ່ນນາຍົກເນັ້ນ! ຖ້າພົບເຫັນການສໍ້ລາດບັງຫຼວງ ຕ້ອງພ້ອມກັນຮີບຮ້ອນແກ້ໄຂ

ນາຍົກເນັ້ນ! ຖ້າພົບເຫັນການສໍ້ລາດບັງຫຼວງ ຕ້ອງພ້ອມກັນຮີບຮ້ອນແກ້ໄຂ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 18 ກຸມພາ 2020 ທີ່ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 38 ປີ (16/02/1982-16/02/2020) ແລະ ຍ້ອງຍໍຜົນງານຄະນະສະເພາະກິດ ແລະ ພະນັກງານກວດກາສູນກາງພັກ ປະຈໍາປີ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີ ທ່ານ ປອ. ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີການນຳຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງລຸນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ພິທີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ວຽກງານກວດກາເປັນວຽກທີ່ສຳຄັນ, ທ້າທາຍ ແລະ ສັບສົນ ເຮັດໃຫ້ປາສະຈາກບໍ່ໄດ້ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ນອກນັ້ນ, ທ່ານໄດ້ເນັ້ນໜັກໃຫ້ອົງການກວດກາພັກ-ລັດ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາຕ້ານການສໍ້ລາດບັງຫຼວງ ໃນຂອບເຂດທົ່ວປະເທດ, ຖ້າພົບເຫັນປະກົດການຫຍໍ້ທໍ້ ຕ້ອງພ້ອມກັນຮີບຮ້ອນແກ້ໄຂ, ສະກັດກັ້ນ ບໍ່ໃຫ້ແຜ່ລາມ ຫຼື ບານປາຍ, ສືບຕໍ່ການກວດກາແຕ່ຫົວທີ, ກວດກາໂຄງການລົງທຶນຂອງລັດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນດາເປົ້າໝາຍທີ່ພວມດໍາເນີນກວດກາ ທີ່ຍັງບໍ່ທັນສໍາເລັດ ເພື່ອບໍ່ເຮັດໃຫ້ເກີດເປັນການລະເມີດ, ເຜີຍແຜ່ຜົນການ ກວດກາ ແລະ ການຕັດສິນແກ້ໄຂຈາກຜົນການກວດກາ, ຍ້ອງຍໍຜູ້ມີຜົນງານ ແລະ ລົງໂທດຜູ້ກະທຳຜິດ, ໃຫ້ກວດກາຄືນບັນດານິຕິກຳຕ່າງໆ ທີ່ກ່ຽວກັບວຽກງານກວດກາ ເພື່ອປັບປຸງ ແລະ ສ້າງນິຕິກຳໃດທີ່ຍັງບໍ່ພຽງພໍ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ສໍາລັບການກວດກາ ຕ້ອງຊອກໃຫ້ເຫັນສາເຫດຂອງການກະທໍາຜິດ, ມີວິທີການແກ້ໄຂ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແລະ ອື່ນໆ.

ໃນຕອນທ້າຍໄດ້ມີພິທີຍ້ອງຍໍຜົນງານຂອງຄະນະສະເພາະກິດ ແລະ ພະນັກງານຂອງຄະນະກວດກາສູນກາງພັກ ທີ່ມີຜົນງານໃນການກວດກາສາເຫດຂອງຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ແລະ ປະກອບສ່ວນ ກວດກາກະຊວງ, ແຂວງ ຈໍານວນໜຶ່ງທີ່ດໍາເນີນໂຄງການບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນໄລຍະຜ່ານມາ; ໃນນີ້ປະດັບຫຼຽນໄຊແຮງງານ ຊັ້ນ I ມີ 41 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ມີ 104 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ມີ 53 ທ່ານ; ປະດັບຫຼຽນກາແຮງງານ ຈໍານວນ 47 ທ່ານ ແລະ ມອບໃບຍ້ອງຍໍຂອງລັດຖະບານ 30 ທ່ານ.

 

ຮຽບຮຽງຂ່າວ: ​ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...