spot_img
Homeຂ່າວຕ່າງປະເທດອີກແລ້ວ! ຊາຍໄທຍິງປືນຂຶ້ນຟ້າຫຼາຍສິບນັດ ເຈົ້າໜ້າທີ່ເຂົ້າຄວບຄຸມດ່ວນ

ອີກແລ້ວ! ຊາຍໄທຍິງປືນຂຶ້ນຟ້າຫຼາຍສິບນັດ ເຈົ້າໜ້າທີ່ເຂົ້າຄວບຄຸມດ່ວນ

Published on

ສະຖານນີໂທລະພາບສຳນັກງານຕຳຫຼວດແຫ່ງຊາດລາຍງານວ່າ ເກີດເຫດຊາຍຄົນໜຶ່ງຍິງປືນຂຶ້ນຟ້າກວ່າ 20ນັດ ຈາກຕຶກແຖວທີ່ຖະໜົນບັນທັດທອງ ເຂດປະທຸມວັນ ກຸງເທບມະຫານະຄອນ ປະເທດໄທ ຕຳຫຼວດໄດ້ເຂົ້າໄປຄວບຄຸມສະຖານະການ ແລະ ຢູ່ລະຫວ່າງການເຈລະຈາໃຫ້ຜູ້ກໍ່ເຫດມອບຕົວ.

ພັນໂທ ກຳປະນາດ ສະຫງວນສັກ ໄດ້ໃຫ້ສຳພາດກັບສະຖານີໂທລະພາບໄທພີບີເອສວ່າ ເມື່ອເວລາ 09:35ໂມງ ຕຳຫຼວດໄດ້ນຳກຳລັງເຂົ້າປິດລ້ອມພື້ນທີ່ໄວ້ ແລະ ສົ່ງທີມເຈລະຈາເຂົ້າໄປໃນຕຶກແຖວຫຼັງດັ່ງກ່າວເພື່ອສົນທະນາກັບຜູ້ກໍ່ເຫດ.

ກຸ່ມໄວຮຸ່ນ 4 ຄົນເປັນຜູ້ທີ່ເຫັນເຫດການໄດ້ໃຫ້ສຳພາດກັບທາງໂທລະພາບຊ່ອງ 3 ວ່າ ພວກເຂົານັ່ງລວມກຸ່ມກັນຢູ່ບໍລິເວນໃກ້ທີ່ເກີດເຫດ ເວລາປະມານ 03.00ໂມງ ໄດ້ຍິນສຽງປືນດັງຂຶ້ນ 3 ນັດ ແຕ່ຄິດວ່າແມ່ນຈູດດອກໄມ້ໄຟ ແຕ່ບໍ່ດົນຫຼັງຈາກນັ້ນຊາຍຄົນດັ່ງກ່າວກໍ່ໄດ້ຍິງປືນອີກ ແລະ ຍັງໄດ້ຍິງມາທາງກຸ່ມພວກເຂົາພ້ອມ ຈຶ່ງພາກັນແລ່ນໜີ ໂຊກດີທີ່ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ສຽງປືນໄດ້ມິດລົງເມື່ອເວລາ 05.00ໂມງ.

ຫຼ້າສຸດ ມີລາຍງານເຂົ້າມາວ່າຜູ້ກໍ່ເຫດຍັງຢູ່ໃນຕຶກແຖວ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຖ້າມີຄວາມຄືບໜ້າແນບໃດທາງທີມຂ່າວຈະລາຍງານໃຫ້ຮັບຊາບຄັ້ງຕໍ່ໄປ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...