ຊາວພຸດທັງຫຼາຍເມື່ອກ້າວເຂົ້າສູ່ລະດູແຫ່ງການແສວງບຸນ ພວກເຮົາກໍ່ຈະພົບເຫັນໃນແຕ່ລະວັດວາມີການຈັດພິທີສົມໂພດພຣະ ລວມໄປເຖິງການນັ່ງກຳມະຖານປະຕິບັດທໍາ ເຊິ່ງມັນເປັນພິທີກຳສ່ວນໜຶ່ງໃນພຸດທະສາດສະໜາ ຫາກກ່າວເຖິງຄຳວ່າ ກຳມະຖານ ຫຼາຍຄົນຈະເຂົ້າໃຈກັນວ່າ ກຳມະຖານຄື: ການນັ່ງສະມາທິຫຼັບຕາສູດມົນ ເຊິ່ງເປັນການກະທຳບາງຢ່າງທີ່ຕ່າງໄປຈາກພຶດຕິກຳ ການໃຫ້ທານໃນການຮັກສາສິນ ແຕ່ສຳລັບຄວາມໝາຍຂອງກຳມະຖານໃນພາສາບາລີແລ້ວ ກຳມະຖານ ມີຄວາມໝາຍວ່າ “ການງານທີ່ເປັນເຫດແຫ່ງການບັນລຸຄຸນວິເສດ”.
ການປະຕິບັດກຳມະຖານນັ້ນ ເປັນການກະທຳດ້ວຍຄວາມຕັ້ງໃຈ ຫຼື ຈົງໃຈໃນລັກສະນະໜຶ່ງ ແຕ່ເປັນໄປໃນຝ່າຍກຸສົນສ່ວນດຽວ, ຈຸດມຸ່ງໝາຍພື້ນຖານຂອງກຳມະຖານນັ້ນຄື: ການອົບຮົມຈິດໃຈໃຫ້ສະຫງົບ, ປ່ອຍວາງ, ຕັດກິເລດຕັນຫາ, ຄວາມຄິດມຸ່ງຮ້າຍ, ຄວາມຄຽດແຄ້ນ, ຄວາມຮ້ອນຮົນ, ຄວາມບໍ່ສະບາຍໃຈ ແລະ ຄວາມລະແວງສົງໃສ ອອກໄປເປັນຕົ້ນ.
ການຝຶກກຳມະຖານເປັນການເຮັດກຸສົນຊະນິດໜຶ່ງ ໂດຍສະເພາະມະໂນກຳ ຕ່າງຈາກກຳທົ່ວໄປຢູ່ບ່ອນວ່າ ເປົ້າໝາຍຂອງການກະທຳເປັນໄປເພື່ອຄວາມສິ້ນພົບຊາດ ແລະ ຫຼຸດພົ້ນອອກຈາກຄວາມທຸກ.
ນັກປະຕິບັດທຳຫຼາຍທ່ານອາດເກີດຄວາມກັງວົນໃຈ ເມື່ອຈະໄປປະຕິບັດທຳ ຫຼື ໄປນັ່ງກຳມະຖານຈະຕ້ອງມີການກຽມຕົວແນວໃດ ຈຶ່ງຈະມີຄວາມເໝາະສົມ ລວມທັງສາມາດປະຕິບັດທຳໄດ້ຕາມເວລາທີ່ຕົວເອງໄດ້ຕັ້ງໃຈເອົາໄວ້ ໃນຄວາມເປັນຈິງແລ້ວຕາມຫຼັກການນັ່ງສະມາທິ ຫຼື ການກຳມະຖານມັນບໍ່ໄດ້ມີຄວາມຊັບຊ້ອນຫຍຸ້ງຍາກແບບທີ່ຫຼາຍຄົນກັງວົນ. ດັ່ງນັ້ນ, ການໄປນັ່ງກຳມະຖານພຽງຂໍໃຫ້ທ່ານມີຈິດໃຈທີ່ບໍລິສຸດ, ເນື້ອຕົວສະອາດປາສະຈາກເຄື່ອງຫອມໃດໆ, ສວມໃສ່ຊຸດຂາວ, ມີທຽນ, ຂັນ 1 ໜ່ວຍ ຫຼື ອາດຈະເພີ່ມສາຍສິນເຂົ້ານຳເທົ່ານີ້ກໍ່ພຽງພໍແລ້ວ ເພາະກຳມະຖານນັ້ນມັນຄືການປ່ອຍວາງ ການບໍ່ຢຶດຕິດກັບສິ່ງໃດໆທັງນັ້ນ ແຕ່ຄົນສ່ວນຫຼາຍແມ່ນນິຍົມຖືວັດຖຸມົງຄຸນການນຳດອກໄມ້ ທູບ, ທຽນ, ໝາກຄູນ, ໃບຄູນ, ໃບຍໍ ຫຼື ພຣະ ເປັນຕົ້ນ. ອົງປະກອບເຫຼົ່ານີ້ພວກເຂົາມີຄວາມເຊື່ອວ່ານອກເໜືອຈາກການທີ່ເຮັດໃຫ້ຈິດໃຈສະຫງົບໃນເວລາໄປກຳມະຖານແລ້ວ ຍັງເປັນການສ້າງບຸນກຸສົນ ການເສີມມຸງຄຸນໃຫ້ກັບຊີວິດຂອງຕົນເອງອີກດ້ວຍ ເນື່ອງຈາກວ່າ ສິ່ງຂອງທີ່ນຳໄປວິປັດສະນາກຳມະຖານນຳນັ້ນ ເມື່ອນຳກັບມາເຮືອນ ບາງຄົນກໍ່ຈະນຳໄປໄວ້ຮ້ານພຣະເພື່ອບູຊາ ຫຼື ເອົາຕິດຕົວໄວ້ ເພື່ອເສີມສິຣິມົງຄຸນໃຫ້ກັບຊີວິດ.
ບົດໂດຍ: ພຸດສະດີ